ລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ທ່ານ Jens Stoltenberg ເລຂານຸການ ນາໂຕ. ພາບ. AP/Petr David Josek: |
ການນຳສອງທ່ານໄດ້ປຶກສາຫາລືຄຳໝັ້ນສັນຍາຂອງສາອງຝ່າຍສຳລັບການສະຫນັບສະຫນູນ ຢູແກຼນ ໃນການປະທະກັນກັບລັດເຊຍ. ສອງຝ່າຍກໍ່ໄດ້ປຶກສາຫາລືບາງເນື້ອໃນໃຫ້ແກ່ກອງປະຊຸມສຸດຍອດ ນາໂຕ ຢູ່ ນະຄອນຫລວງ ວໍຊິງຕັນ ໃນເດືອນ ສິງຫາ ຈະມາເຖິງ. ລັດຖະມົນຕີການຕ່າງປະເທດ ອາເມລິກາ ເນັ້ນຫນັກຄວາມສຳຄັນຂອງເລື່ອງບັນດາປະເທດພັນທະມິດ ນາໂຕ ພ້ອມກັນແບ່ງປັນຄວາມຮັບຜິດຊອບຢ່າງຍຸຕິທຳໃນການປ້ອງກັນລວມໝູ່.
ແລະກໍ່ໃນວັນດຽວກັນ, ລັດເຊຍ ແລະຢູແກຼນ ໄດ້ແລກປ່ຽນສະເລີຍເສິກ ຕາມຂໍ້ຕົກລົງໂດຍ ສະຫະລັດ ອາຣັບ ເອມີເລດ (UAE) ເປັນປະເທດເປັນກາງຊ່ວຍໄກ່ເກຍ. ກະຊວງການຕ່າງປະເທດ UAE ໃຫ້ຮູ້ວ່າເ ນີ້ແມ່ນຄວາມມານະພະຍາຍາມໄກ່ເກ່ຍຄັ້ງທີ 3 ລະຫວ່າງ ລັດເຊຍ ແລະ ຢູແກຼນ ນັບແຕ່ຕົ້ນປີມາຮອດປະຈຸບັນ ພ້ອມທັງຮຽກຮ້ອງບັນດາຝ່າຍຊຸກຍູ້ມາດຕະການແກ້ໄຂທາງການທູດ, ການເຈລະຈາ ແລະຫລຸດຜ່ອນຄວາມເຕັ່ງຕຶງ.

