ຕາມທ່ານປະທານາທິບໍດີ ອາເມລິກາ Donald Trump ແລ້ວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ເຫັນດີວ່າ: ຍີ່ປຸ່ນ ຈະຊື້ສາລີຂອງ ອາເມລິກາ ຕື່ມອີກ. ແຕ່ໃນນັ້ນ, ອັດຕາພາສີລົດໂອໂຕຈະບໍ່ປ່ຽນແປງໃນຂໍ້ຕົກລົງສຸດທ້າຍ.
ທ່ານລັດຖະມົນຕີກະຊວງເສດຖະກິດ ຍີ່ປຸ່ນ Toshimitsu Motegi ແລະ ຜູ້ຕາງໜ້າການຄ້າ ອາເມລິກາ Robert Lighthizer ພາບ: Kyodo/TTXVN |
ສ່ວນທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຢືນຢັນວ່າ: 2 ປະເທດບັນລຸໄດ້ຄວາມເຫັນດີເຫັນພ້ອມ ພາຍຫລັງການປຶກສາຫາລືຢ່າງຮີບດ່ວນ. ທ່ານນາຍົກລັດຖະມົນຕີ Shinzo Abe ວາງຄາດໝາຍ ຈະເຊັນຂໍ້ຕົກລົງການຄ້າ 2 ຝ່າຍກັບ ອາເມລິກາ ໃນເດືອນ ກັນຍາ ຈະມາເຖິງ.

