ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un (ພາບ:Reuters )

ເພື່ອປຶກສາຫາລືກ່ຽວກັບຄວາມສາມາດເປັນໄປ ຈະດຳເນີນການພົບປະສຸດຍອດ ອາເມລິກາ - ສປປ.ເກົາຫຼີ. ການພົບປະດັ່ງກ່າວ ເພື່ອແນໃສ່ກະກຽມໃຫ້ການພົບປະລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ຄາດວ່າ ຈະດຳເນີນໃນວັນທີ 12 ມິຖຸນາ ຈະມາເຖິງຢູ່ ສິງກະໂປ.

ໃນຂະນະນັ້ນ, ຢູ່ທຳນຽບຂາວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ທຸກວຽກງານມຸ່ງໄປເຖິງກອງປະຊຸມສຸດຍອດກັບ ສປປ.ເກົາຫຼີ ໃນວັນທີ 12 ມິຖຸນາ ພວມດຳເນີນໄປຢ່າງດີງາມ ແລະ ທ່ານມີຄວາມຫວັງຫລາຍຢ່າງຕໍ່ການພົບປະດັ່ງກ່າວກັບການນຳ ສປປ.ເກົາຫຼີ Kim Jong-un.