ວັນທີ 13 ມີນາ, ອົງການຄຸ້ມຄອງການບິນ ສະຫະລັດ ອາເມລິກາ (FAA) ໄດ້ຖະແຫຼງ ຫ້າມບໍ່ໃຫ້ບັນດາເຮືອບິນ Boeing 737 MAX ເຄື່ອນໄຫວໂດຍຊົ່ວຄາວ ພາຍຫຼັງເຫດເຮືອບິນຂອງບໍລິສັດການບິນ Ethiopian Airlines ຕົກ ເຮັດໃຫ້ ຜູ້ໂດຍສານ ແລະ ຈຸບິນ ຖືກເສຍຊີວິດທັງໝົດໃນວັນທີ 10 ມີນາ.
ຄໍາຖະແຫຼງຂອງ FAA ຊີ້ແຈ້ງວ່າ ຄໍາສັ່ງເກືອດຫ້າມດັ່ງກ່າວ ມີຜົນສັກສິດໃນຂະນະທີ່ພວມລໍຖ້າຜົນຂອງການສືບສວນຕື່ມອີກ. ອົງການ FAA ກໍໃຫ້ຮູ້ວ່າ ເພື່ອສ້ອມແປງ ຊອັບແວ ເຮືອບິນຍີ່ຫໍ່ Boeing 737 MAX ຕ້ອງໃຊ້ເວລາ “2-3 ເດືອນ” ຈຶ່ງສໍາເລັດ.
ເຫດເຮືອບິນ Boeing 737 MAX 2 ລໍາ ເກີດອຸປັດຕິເຫດຕົກຢ່າງລຽນຕິດພຽງແຕ່ໃນເວລາ 5 ເດືອນ ທີ່ຜ່່ານມາ ໄດ້ເກີດມີກະແສຟອງຢຸດຕິການນໍາໃຊ້ເຮືອບິນຍີ່ຫໍ່ດັ່ງກ່າວຂຶ້ນໃນທົ່ວໂລກ. ພາຍຫຼັງແຈ້ງການຫຼ້າສຸດຂອງ ອາເມລິກາ, ການາດາ ແລະ ຫຼາຍປະເທດ ຕາເວັນອອກກາງ ແລະ ບາງປະເທດອື່ນ ກໍໄດ້ຢຸດຕິການຂຸດຄົ້ນ ແລະ ເປີດນ່ານຟ້າກັບ ເຮືອບິນ Boeing 737 MAX ຂຶ້ນເຖິງເກືອບ 50 ປະເທດແລ້ວ.
