ອົງການທີ່ມີໜ້າທີ່ຮັບຜິດຊອບພວມສືບສວນຕາມລ່າຕົວການ (ພາບ: TTXVN) |
ວົງການເຈົ້າໜ້າທີ່ ອາເມລິກາ ຖືວ່າ ນີ້ແມ່ນເຫດໃຊ້ຄວາມຮຸນແຮງ 2 ຄັ້ງທີ່ແຕກຕ່າງກັນ.
ຕາມຕໍາຫຼວດ ແລະ ສື່ມວນຊົນ ອາເມລິກາ ແລ້ວ, ໃນເຫດບຸກໂຈມຕີຄັ້ງທີໜຶ່ງ ມີສາມັນຊົນ 01 ຄົນ ເສຍຊີວິດ ແລະ 5 ຄົນຮັບບາດເຈັບ. ຄາດຕະກອນໄດ້ນັ່ງຢູ່ໃນລົດໂອໂຕ ແລະ ຍິງປືນໃສ່ບັນດາຜູ້ຄົນ ຢູ່ເຂດ Columbia Heights ເຊິ່ງຫ່າງຈາກ ທໍານຽບຂາວປະມານ 3 ກິໂລແມັດ. ປັດຈຸບັນ, ອົງການທີ່ມີໜ້າທີ່ຮັບຜິດຊອບພວມສືບສວນຕາມລ່າຕົວການ 02 ຄົນໃນເຫດບຸກໂຈມຕີດັ່ງກ່າວ. ສ່ວນເຫດຍິງປືນຄັ້ງທີ 2 ແມ່ນເກີດຂຶ້ນພາຍຫຼັງເຫດຍິງປືນຄັ້ງທໍາອິດປະມານ ຊົ່ວໂມງເຄິ່ງ, ເຊິ່ງໄດ້ຍິ່ງໃສ່ 3 ຄົນ ແລະ ເຮັດໃຫ້ 01 ຄົນເສຍຊີວິດ. ຕໍາຫຼວດໄດ້ຢັ້ງຢືນວ່າ ເຫດຍິງປືນທີ 2 ນີີ້ ເກີດຂຶ້ນຢູ່ຕຶກ 1400 ບົນເສັ້ນທາງຫຼວງ Rhode Island, ຢູ່ທາງທິດໃຕ້ Brookland.

