ທ່ານປະທານາທິບໍດີ ອາເມລິກາ Joe Biden . (ພາບ:TTXVN)

ທ່ານປະທານາທິບໍດີ ອາເມລິກາ Joe Biden ພວມຂຶ້ນແຜນການຈັດຕັ້ງກອງປະຊຸມສຸດຍອດກັບບັນດາການນຳ ທະວີບ ອາຟຼິກາ ເພື່ອປະຕິບັດຄຳໝັ້ນສັນຍາຂອງປະເທດນີ້ ກັບ ທະວີບ ອາຟຼິກາ. ນີ້ແມ່ນຂ່າວລ້າສຸດໂດຍທ່ານ Antony Blinken ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ຢັ້ງຢືນໃນວັນທີ 9 ພະຈິກ.

ກ່າວຄຳເຫັນທີ່ນະຄອນຫລວງ Abuja ຂອງ ນີເຊຣີ, ທ່ານ Antony Blinken ຖະແຫລງວ່າ: ເພື່ອຢັ້ງຢືນເຈດຕະນາດີໃນການຮັກສາສາຍພົວພັນຄູ່ຮ່ວມມືກັບບັນດາປະເທດ ທະວີບອາຟຼິກາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຄາດວ່າຈະຈັດຕັ້ງກອງປະຊຸມສຸດຍອດ ອາເມລິກາ - ທະວີບອາຟຼິກາ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວການທູດຂັ້ນສູງ, ເພີ່ມທະວີການພົວພັນ. ເຖິງຢ່າງໃດກໍຕາມ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ບໍ່ເຜີຍວັນເວລາລະອຽດການຈັດຕັ້ງກອງປະຊຸມດັ່ງກ່າວເທື່ອ.

ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ພວມເດີນທາງໄປປະຕິບັດງານເປັນຄັ້ງທຳອິດເຖິງບັນດາປະເທດ ທະວີບ ອາຟຼິກາ. ແລະ ປະເທດ ນີເຊຣີ ແມ່ນປະເທດທີສອງໃນການໄປປະຕິບັດຂອງທ່ານ, ກ່ອນນັ້ນ ໃນວັນທີ 17ພະຈິກ ທ່ານ Antony Blinken ໄດ້ໄປປະຕິບັດງານຢູ່ ເຄັນຢາ.