ໃນຂອບເຂດການເຈລະຈາຜ່ານທາງໂທລະສັບໃນວັນທີ 21 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ແລະ ຄູ່ຕໍາແໜ່ງ ຍີ່ປຸ່ນ Taro Kono ໄດ້ເຫັນດີຕໍ່ຄວາມສໍາຄັນຂອງເລື່ອງຮັກສາມາດຕະການລົງໂທດສໍາລັບ ສປປ.ເກົາຫຼີ ເພື່ອແນໃສ່ເລັ່ງໃຫ້ ພຽງຢາງ ລົບລ້າງອາວຸດນິວເຄຼຍ. ພາຍຫຼັງການເຈລະຈາຜ່ານທາງໂທລະສັບກັບທ່ານ Mike Pompeo, ທ່ານ Taro Kono ໃຫ້ຮູ້ວ່າ ສອງຝ່າຍໄດ້ສົມທົບຄວາມມານະພະຍາຍາມເພື່ອແນໃສ່ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງ ສປປ.ເກົາຫຼີ, ໃນນັ້ນ ມີບັນຫາ ສປປ.ເກົາຫຼີ ຈັບຕົວພົນລະເມືອງ ຍີ່ປຸ່ນໃນອະດີດ. ກ່າວຄໍາເຫັນຕໍ່ວົງການສື່ມວນຊົນ, ທ່ານ Taro Kono ຢັ້ງຢືນວ່າ ສອງປະເທດເຫັນດີຄວນຮັກສາບັນດາຄໍາສັ່ງລົງໂທດຂອງ ສປຊ ສໍາລັບ ສປປ.ເກົາຫຼີ ຢ່າງສິ້ນເຊີງ.
ອາເມລິກາ, ຍີ່ປຸ່ນ ເຫັນດີີເປັນເອກະພາບກ່ຽວກັບທັດສະນະໃນບັນຫາ ສປປ.ເກົາຫຼີ
(VOVWORLD) -ສອງປະເທດເຫັນດີຄວນຮັກສາບັນດາຄໍາສັ່ງລົງໂທດຂອງ ສປຊ ສໍາລັບ ສປປ.ເກົາຫຼີ ຢ່າງສິ້ນເຊີງ.
