ລັດຖະມົນຕີທັງສາມໄດ້ໝັ້ນໝາຍຈະເພີ່ມທະວີການຮ່ວມມືໃນສະພາບພື້ນຖານຄວາມເປັນລະບຽບຮຽບຮ້ອຍຂອງສາກົນຖືນາບຂູ່ |
ທີ່ກອງປະຊຸມທ່ານລັດຖະມົນຕີກະຊວງປ້ອງກັນຊາດຍີ່ປຸ່ນ Yasukazu Hamada ພ້ອມກັບລັດຖະມົນຕີກະຊວງປ້ອງກັນຊາດອາເມລິກາ Lloyd Austin ແລະຄູ່ຕຳແໜ່ງ ອົດສະຕາລີ Richard Marles ໄດ້ຢືນຢັນຄືນຈະຊຸກຍູ້ການເປີດກວ້າງແລະເພີ່ມທະວີບັນດາການເຄື່ອນໄຫວຮ່ວມຄື ດຳເນີນການຊ້ອມຮົບ, ຮ່ວມມືທາງດ້ານພາຫະນະເຄື່ອງຈັກແລະເຕັກໂນໂລຊີປ້ອງກັນຊາດກໍ່ຄືແລກປ່ຽນຂ່າວລັບຢ່າງມີປະສິດທິຜົນ.
ກ່ຽວກັບບັນດາບັນຫາພາກພື້ນ, ລັດຖະມົນຕີທັງສາມໄດ້ໝັ້ນໝາຍຈະເພີ່ມທະວີການຮ່ວມມືໃນສະພາບພື້ນຖານຄວາມເປັນລະບຽບຮຽບຮ້ອຍຂອງສາກົນຖືນາບຂູ່, ຄັດຄ້ານບໍ່ວ່າການກະທຳໃດໆທີ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນເຊິ່ງລວມມີການເຮັດໃຫ້ປ່ຽນແປງສະພາບເດີມດ້ວຍກຳລັງອາວຸດພຽງຝ່າຍດຽວ.

