(ພາບ: REUTERS)
ວັນທີ 16 ຕຸລາ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ລົງນາມໃນລັດຖະດຳລັດຜັນຂະຫຍາຍກົດໝາຍລົງໂທດ ລັດເຊຍ. ຕາມລັດຖະດຳລັດເຊິ່ງທຳນຽບຂາວປະກາດໃນຕອນຄ່ຳວັນດຽວກັນ, ອາເມລິກາ ສ້າງຕັ້ງກົນໄກຈັດວາງພາສີເພີ່ມເຕີມ 500% ສຳລັບສິນຄ້າທີ່ນຳເຂົ້າຈາກ ລັດເຊຍ, ພ້ອມກັນນັ້ນ ກໍ່ກຳນົດອັດຕາພາສີເພີ່ມເຕີມ 100% ສຳລັບສິນຄ້າທີ່ນຳເຂົ້າຈາກ 5 ປະເທດທີ່ນຳເຂົ້ານ້ຳມັນອາຍແກັສຂອງ ລັດເຊຍ ຫຼາຍທີ່ສຸດ… ເຖິງຢ່າງໃດກໍ່ຕາມ, ພ້ອມກັນນັ້ນ, ທ່ານປະທານາທິບໍດີ Donald Trump ກໍ່ຕົກລົງຍົກເລີກການຈັດວາງບັນດາອັດຕາພາສີດັ່ງກ່າວ, ພ້ອມກັບບັນດາມາດຕະການລົງໂທດອື່ນໆຕາມກົດໝາຍ Lindsey Graham ທີ່ໄດ້ປະກາດໃຊ້ໃນວັນທີ 18 ກັນຍາ.
ທຳນຽບຂາວໃຫ້ຮູ້ວ່າ ຂໍ້ຕົກລົງຍົກເວັ້ນໄດ້ຍົກອອກມາຍ້ອນຜົນປະໂຫຍດແຫ່ງຊາດ ອາເມລິກາ ແລະ ໄດ້ແຈ້ງຕໍ່ສະພາແຫ່ງຊາດ ຕາມຂໍ້ກຳນົດດ້ານກົດໝາຍ. ສິ່ງທີ່ໜ້າສົນໃຈ, ລັດຖະດຳລັດບໍ່ໄດ້ກຳນົດຈຸດເວລາໝົດຜົນສັກສິດລະອຽດສຳລັບບັນດາມາດຕະການຍົກເວັ້ນ.
