(ພາບ: AP)
ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ປະຕິເສດຄຳກ່າວເຕືອນວ່າ ປັນຍາປະດິດ (AI) ແລະ ຫຸ່ນຍົນ (robot) ອາດອອກໄປເກີນ ການຄວບຄຸມຂອງມະນຸດ, ພ້ອມກັນນັ້ນກໍ່ເນັ້ນໜັກວ່າ ອາເມລິກາ ຕ້ອງສືບຕໍ່ ພັດທະນາເຕັກໂນໂລຊີດັ່ງກ່າວເພື່ອຮັກສາໄດ້ປຽບຂອງຕົນ.
ທ່ານ Donald Trump ປະທານາທິບໍດີ ອາເມລິກາ, ຍົກອອກທັດສະນະດັ່ງກ່າວໃນການໂອ້ລົມທາງໂທລະສັບກັບທ່ານ Jensen Huang, CEO ຂອງ Nvidia ໃນຂະນະທີ່ການນຳຂອງກຸ່ມບໍລິສັດຜະລິດຊິບນີ້ ພວມເຂົ້າຮ່ວມກອງປະຊຸມ ເຕັກໂນໂລຊີ All-In Summit ທີ່ຈັດຂຶ້ນຢູ່ California.
ໃນຂະນະນັ້ນ, ໃນວັນທີ 15 ກັນຍາ, ທ່ານ Mike Johnson, ປະທານສະພາຕໍ່າ ອາເມລິກາ ກໍຄັດຄ້ານການຄຳຮ້ອງໃຫ້ຢຸດຕິຊົ່ວຄາວການພັດທະນາ AI. ທ່ານຖືວ່າ ບັນດາວິສາຫະກິດສາມາດປັບປຸງການເຄື່ອນໄຫວຂອງຕົນໄດ້ ແລະ ບໍ່ຕ້ອງການໃຫ້ລັດຖະບານ ຮຽກຮ້ອງໃຫ້ຫຼດຸຜ່ອນຄວາມຄືບໜ້າໃນການພັດທະນາ.
ບັນດາຄຳຖະແຫຼງການດັ່ງກ່າວໄດ້ຍົກອອກມາພາຍຫຼັງການນຳຂອງ Anthropic, OpenAI ແລະ xAI ພ້ອມກັນກ່າວເຕືອນກຳລັງຄວາມສາມາດຂອງ AI ພວມພັດທະນາໄວກວ່າຄວາມອາດສາມາດທີ່ຈະຄວບຄຸມໄດ້, ພ້ອມກັນນັ້ນກໍ່ຮຽກຮ້ອງໃຫ້ຜ່ອນຄວາມໄວໃນການພັດທະນາຮູບແບບກ້າວໜ້າທີ່ສຸດ.
