(ພາບ: Reuters)
ວັນທີ 31 ສິງຫາ (ຕາມເວລາທ້ອງຖິ່ນ), ເປັນຄັ້ງທຳອິດທຳນຽບຂາວ ໄດ້ປະກາດລາຍລະອຽດຂໍ້ຕົກລົງນ້ຳມັນກັບ ເວເນຊູເອລາ, ເຊິ່ງ 2 ຝ່າຍໄດ້ເປັນເອກະພາບກັນກ່ອນນັ້ນ 2-3 ວັນ. ສິ່ງທີ່ໜ້າສົນໃຈ, ລັດຖະບານ ອາເມລິກາ ຈະເຂົ້າຮ່ວມໂຄງສ້າງຂໍ້ຕົກລົງໂດຍກົງ. ຄາດວ່າ ບໍລິສັດ NABEP ລະດົມຈຳວນເງິນ 100 ຕື້ USD ເພື່ອຟື້ນຟູ ແລະ ພັດທະນາພື້ນຖານໂຄງລ່າງນ້ຳມັນ ເວເນຊູເອລາ, ດ້ວຍເປົ້າໝາຍຍົກປະລິມານແຕ່ປະມານ 200.000 ຖັງ/ວັນ ໃນປະຈຸບັນ ຂຶ້ນເປັນກວ່າ 1 ລ້ານຖັງ/ວັນ.
