ບັນ​ຍາ​ກາດ​ງາ​ນ​ບຸນ​ພວມ​ປົກ​ຄຸ​ມ​ທົ່ວ​ປະ​ເທດ ອາ​ເມ​ລິ​ກາ ເມື່ອ​ປະ​ຊາ​ຊົນ​ເລີ່ມ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ 250 ປີ​ແຫ່ງວັນ​ສ້າງ​ຕັ້​ງ​ປະ​ເທດ​ຊາດ (04 ກໍ​ລະ​ກົດ 1776 – 04 ກໍ​ລະ​ກົດ 2026), ເຊິ່ງເປັນໜຶ່ງໃນຂີດ​ໝາຍ​ປະ​ຫ​ວັດ​ສາດ​ສຳ​ຄັນ​ທີ່​ສ​ຸດ​ຂອງ ອ​າ​ເມ​ລິ​ກາ. ມີ​ຫຼາຍ​ລາຍ​ການ​ເດີນ​ຂະ​ບວນ, ປະ​ສານ​ສຽງ​ດ​ົນ​ຕີ, ວາງ​ສະ​ແດງ, ​ການສະ​ແດງ​ທາງ​ອາ​ກາດ ແລະ ຍິງບັ້ງ​ໄຟ​ດອກ​ໄດ້​ຈັດ​ຂຶ້​ນ, ອັນໄດ້ດຶງ​ດູດ​ປະ​ຊາ​ຊົນ ແລະ ນັກ​ທ່ອງ​ທ່ຽ​ວ​ນັບ​ລ້ານ​ຄົນ​ເຂົ້​າ​ຮ່ວມ.

ໃນ​ວັນ​ທີ 03 ກໍ​ລະ​ກົດ ມີ​ຫຼາຍ​ເຫດ​ການ​ສະ​ເຫຼີມ​ສະ​ຫຼອງ​​ຂອບ​ຂະ​ໜາດ​ໃຫຍ່​ໄດ້​ຈັດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ ອາ​ເມ​ລິ​ກາ. ຢູ່​ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ ດີ​ຊີ, ໜຶ່ງ​ໃນ​ບັນ​ດາ​ເຫດ​ການ​ທີ່​ໜ້າ​ສົນ​ໃຈ​ທີ່​ສຸດ​ໃນ​ຕອນ​ຄ່ຳ​ວັນ​ທີ 03 ກໍ​ລະ​ກົດ ໄດ້​ຈັດ​ຂຶ້​ນ​ຢູ່​ລັດ South Dakota, ແຫ່ງ​ທີ່​ທ່ານ Donald Trump, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ເປັນ​ປະ​ທານ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 250 ປີ​ແຫ່ງວັນ​ສ້າງ​ຕັ້ງ​ປະ​ເທດ​ຊາດ. ໃນ​ບົດ​ກ່າວ​ປາ​ໄສ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ຂອງ​ຂີດ​ໝາຍ 250 ປ​ີ​ແຫ່ງ​ປະ​ຫວັດ​ສາດ, ເຊີດ​ຊູ​ລຸ້ນ​ຕ່າງໆ​ທີ່​ໄດ້​ກໍ່​ຕັ້ງ​ປະ​ເທດ ອາ​ເມ​ລິ​ກາ ແລະ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ຂອງ​ປະ​ເທດ​ຊາດ.

ຢູ່​ຫຼາຍ​ນະ​ຄອນ​ໃຫຍ່​​ໃນ​ທົ່ວ​ປະ​ເທດ ອາ​ເມ​ລິ​ກາ, ຄື: New York, Chicago, Atlanta, Dallas, Denver, Los Angeles, San Francisco… ກໍ່​ໄດ້​ຈັດ​ງານ​ບຸນ​ປະ​ຊາ​ຄົ​ມ, ສະ​ແດງ​ສິ​ລະ​ປະ​ໃນ​ໂອ​ກາດ​ວັ​ນ​ຊາດ​ເຊັ່ນ​ດຽວ​ກັນ.