ເມື່ອຕອບສຳພາດຕໍ່ສື່ມວນຊົນໃນການປະຊຸມຂ່າວຮ່ວມກັບທ່ານປະທານາທິບໍດີ ນີເຊເຣຍ Muhammadu Buhari ພວມຢູ່ ຢ້ຽມຢາມ ອາເມລິກາ, ທ່ານປະທານາທິບໍດີ Donald Trump ອີກຄັ້ງໜຶ່ງຕຳໜິຕິຕຽນ JCPOA ແມ່ນຂໍ້ຕົກລົງທີ່ຊົ່ວຊ້າ ແລະ ເນັ້ນໜັກວ່າຂໍ້ຕົກລົງນິວເຄຼຍສະບັບໃໝ່ກັບ ອີຣານ ແມ່ນອາດຈະເລີ່ມດຳເນີນການເຈລະຈາ. ພ້ອມກັນນັ້ນ ທ່ານກໍ່ໃຫ້ຮູ້ວ່າ: ຈະປະກາດຄວາມຕັດສິນໃຈສຸດທ້າຍກ່ຽວກັບເລື່ອງ ວໍຊິງຕັນ ຈະຖອນອອກຈາກຂໍ້ຕົກລົງນິວເຄຼຍ ອີຣານ ໃນວັນທີ 12 ພຶດສະພາ ຈະມາເຖິງຫຼືບໍ່?