ວັນທີ 30 ພະຈິກ, ທີ່ການພົບປະກັບ ທ່ານ Ted Yoho, ສະມາຊິກສະພາຕ່ຳ, ປະທານອະນຸກຳມະການ ອາຊີ - ປາຊີຟິກ, ກຳມາທິການການຕ່າງປະເທດສະພາຕ່ຳ ອາເມລິກາ. ທ່ານນາງ ເຈືອງທິມາຍ ໄດ້ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ແມ່ນຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານກັບ ອາເມລິກາ ບົນພື້ນຖານເຄົາລົບ ແລະ ເສີມຂະຫຍາຍຂອບເຂດການພົວພັນ 2 ປະເທດ ທີ່ໄດ້ສ້າງຂຶ້ນຈາກບັນດາການຢ້ຽມຢາມຂັ້ນສູງໃນໄລຍະມໍ່ໆມານີ້.
ສ່ວນທ່ານສະມາຊິກສະພາຕ່ຳ Ted Yoho ໄດ້ສະແດງໃຫ້ເຫັນວ່າ ອາເມລິກາ ພ້ອມແລ້ວທີ່ຈະສືບຕໍ່ເພີ່ມທະວີການຮ່ວມມືຮອບດ້ານກັບ ຫວຽດນາມ, ສົມທົບກັບ ຫວຽດນາມ ແກ້ໄຂບັນດາສິ່ງຕິດຂັດທີ່ຍັງຄົງຄ້າງໃນການພົວພັນ 2 ຝ່າຍຢ່າງສົມເຫດສົມຜົນ. ທ່ານ Ted Yoho ເນັ້ນໜັກວ່າ: ອາເມລິກາ ສືບຕໍ່ຖືເປັນສຳຄັນທີ່ຕັ້ງ ແລະ ບົດບາດຂອງ ຫວຽດນາມ ແລະ ອາຊຽນ, ຖື ຫວຽດນາມ ເປັນຄູ່ຮ່ວມມືສຳຄັນໃນພາກພື້ນ.
