ໃນຖະແຫຼງການສະບັບໜຶ່ງ ໂດຍທໍານຽບຂາວປະກາດໃນວັນທີ 14 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນວ່າ: “Hamza bin Laden ສະມາຊິກຂັ້ນສູງຂອງ ອົງການກໍ່່ການຮ້າຍ Al – Qaeda ແລະ ແມ່ນລູກຊາຍຂອງ Osama bin Laden ເຊິ່ງເປັນຕົວການດໍາເນີນບັນດາການບຸກໂຈມຕີກໍ່ການຮ້າຍທີ່ນອງເລືອດໃນວັນທີ 11 ກັນຍາ ປີ 2001 ຢູ່ອາເມລິການັ້ນ ຖືກດັບສູນໃນບັ້ນຮົບຕ້ານການກໍ່ການຮ້າຍຂອງ ອາເມລິກາ ຢູ່ເຂດຊາຍແດນ ອາບການິດສະຖານ - ປາກິດສະຖານ”.