ວັນທີ 15 ທັນວາ, ໂຄສົກກໍາລັງປະສົມ ໂດຍ ອາເມລິກາ ນໍາໜ້າ, ທ່ານພັນເອກ Sean Ryan ໃຫ້ຮູ້ວ່າ ການຕໍ່ສູ້ ຕ້ານອົງການກໍ່ການຮ້າຍແຫ່ງລັດອິດສະລາມ (IS) ຢູ່ບໍລິເວນຕອນ ສຸດທ້າຍ ໂດຍເຂົາເຈົ້າຄວບຄຸມ ຢູ່ພາກຕາເວັນອອກຊີຣີ ພວມດໍາເນີນຢ່າງສະດວກ. ທ່ານພັນເອກ Ryan ໄດ້ຍົກອອກຄໍາຖະແຫຼງດັ່ງກ່າວ ພາຍຫຼັງບັນດາກໍາລັງປະຊາທິປະໄຕ ຊີຣີ ( SDF) ໂດຍ ອາເມລິກາ ໜູນຫຼັງ ຍາດໄດ້ສິດຄວບຄຸມເທດສະບານເມືອງ Hajin, ເຊິ່່ງເປັນເຂດຕົວເມືອງທີ່ໃຫຍ່ສຸດ ໂດຍ IS ຄວບຄຸມ ຢູ່ທາງພາກຕາເວັນອອກ ຊີຣີ. ເຖິງຢ່າງໃດກໍຕາມ ທ່ານ Ryan ກໍເນັ້ນໜັກວ່າ IS ຍັງຄົງກໍ່ຄວາມນາບຂູ່ ແລະ ບັນດາມືປືນ IS ພວມເຕົ້າໂຮມກັນ ແລະ ດໍາເນີນການຕິດຕັ້ງບັນດາອຸປະກອນລະເບີດທີ່ປະດິດສ້າງເອງ ເພື່ອເຮັດໃຫ້ບາດກ້າວຂອງບັນດາການບຸກໂຈມຕີຂອງ SDF ຊ້າລົງ.
