ວັນທີ 17 ກໍລະກົດ, ອຳນາດການປົກຄອງ ອາເມລິກາ ຕີລາຄາວ່າ World Cup 2026 ພວມປິດລົງ ດ້ວຍບັນດາໝາກຜົນພົ້ນເດັ່ນກ່ຽວກັບຈຳນວນຜູ້ຊົມ, ຄວາມໝັ້ນຄົງ, ການຈັດຕັ້ງ ແລະ ການຮ່ວມມືກັບສາກົນ; ພ້ອມກັນນັ້ນກໍ່ຢືນຢັນວ່າ ບັນດາກົນໄກສ້າງຂຶ້ນໃນງານແຂ່ງຂັນຈະກາຍເປັນພື້ນຖານໃຫ້ແກ່ເຫດການກິລາໃຫຍ່ກວ່າທີ່ຈັດຂຶ້ນຢູ່ ອາເມລິກາ.
ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວຢູ່ສູນສື່ມວນຊົນຕ່າງປະເທດ, ທີ່ນະຄຶນ ນິວຢອກ, ທ່ານ Andrew Giuliani, ຫົວໜ້າບໍລິຫານງານກຳລັງພິເສດ World Cup ຂອງທຳນຽບຂາວ ໃຫ້ຮູ້ວ່າ ມີຜູ້ຊົມກວ່າ 6,5 ລ້ານເທື່ອຄົນໄດ້ໄປສະໜາມກິລາເພື່ອຕິດຕາມບັນດານັດແຂ່ງຂັນ. ອຳນາດການປົກຄອງ ອາເມລິກາ ຖືວ່າ ຜົນສຳເລັດສຳຄັນທີ່ສຸດຂອງງານແຂ່ງຂັນແມ່ນຮັບປະກັນຄວາມປອດໄພໃຫ້ແກ້ແຟນບານນັບລ້ານຄົນຢູ່ພາຍໃນປະເທດ ແລະ ສາກົນ. ພ້ອມກັນນັ້ນ, ອຳນາດການປົກຄອງ ອາເມລິກາ ກໍ່ຖືວ່າ World Cup 2026 ໄດ້ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດຫຼາຍພໍສົມຄວນ. ບັນດານະຄອນຈັດງານແຂ່ງຂັນໄດ້ຕ້ອນຮັບແຂກທ່ອງທ່ຽວນັບລ້ານຄົນ. ຄາດວ່າ, ສະເພາະນະຄອນ Dallas ອາດຈະສ້າງລາຍຮັບກວ່າ 2 ຕື້ USD ໃນເວລາຈັດງານແຂ່ງຂັນ World Cup.
# ເຖິງວ່າບໍ່ໄດ້ເຂົ້າຮອບຊິງຊະນະເລີດງານແຂ່ງຂັນ World Cup 2026 ກໍ່ຕາມ, ແຕ່ທິມບານເຕະ ອັງກິດ ແລະ ຝລັ່ງ ຢືນຢັນວ່າ ຈະບໍ່ຍ້ອມແພ້ກ່ອນນັດແຂ່ງຂັນຊິງອັນດັບທີ 3 ທີ່ຈະຈັດຂຶ້ນໃນເວລາ 2 ໂມງ ຂອງວັນທີ 19 ກໍລະກົດ (ຕາມເວລາ ຫວຽດນາມ). ສຳລັບທັງ 2 ທິມບານເຕະນີ້, ນີ້ບໍ່ພຽງແຕ່ແມ່ນໂອກາດອັດການແຂ່ງຂັນດ້ວຍໄຊຊະນະເທົ່ານັ້ນ ຫາກຍັງແມ່ນນັດແຂ່ງຂັນມີຄວາມໝາຍພິເສດຫຼາຍຢ່າງສຳລັບທັງ 2 ຄູຝຶກ Thomas Tuchel ແລະ Didier Deschamps ອີກດ້ວຍ.
