ກ່າ​ວ​ຄຳ​ເຫັນ​ພາຍ​ຫຼັງ​ການ​ພົບ​ປະ, ທ່ານ​ທູດ​ພິ​ເສດ Jared Kushner ແບ່ງ​ປັນ​ກ່ຽວ​ກັບ​ແຜນ​ການ​ສັນ​ຕິ​ພາບ​ເຊິ່ງ​ທ່ານ​ໄດ້​ນຳ​ມາ ກີ​ແອັບ. ຕ​າມນັ້ນ​ແລ້ວ, ຝ່າຍ ອາ​ເມ​ລິ​ກາ ບໍ່​ພຽງ​ແຕ່​ຊອກ​ຫາ​ວິ​ທີ​ຢ​ຸດ​ຕິ​ສົງ​ຄາມ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ພື້ນ​ຖານ​ສັນ​ຕິ​ພາບ​ອັນ​ຍາວ​ນານ​ ແລະ ຍືນ​ຍົງອີກ​ດ້​ວຍ. ທ່ານກໍ່ເນັ້ນ​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ໄດ້​ມີ​ຄຳ​ໝັ້ນ​ສັນ​ຍາ​ສ່ວນ​ຕົວ​ຕໍ່​ການ​ແກ້​ໄຂ​ການ​ປະ​ທະ​ກັນ. ໃນ​ຂະ​ນະ​ນັ້ນ, ທ່ານ​ທູດ​ພິ​ເສດ Steve Witkoff ໃຫ້​ຮູ້​ວ່າ 2 ຝ່າຍ “ໄດ້​ມີ​ການ​ປຶກ​ສາ​ຫາ​ລືທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ, ແທດ​ຈິງ, ສຳ​ຄັນ”. ນັກ​ເຈ​ລະ​ຈາ ອາ​ເມ​ລິ​ກາ ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ກັບ ​ທ່ານ Zelensky ແລະ “ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ວິ​ວັດ​ການນີ້​ຈົນ​ຮອດ​ເວ​ລາທີ່ບໍ່​ມີ​ຄວາມຈຳ​ເປັນ​ອີກ”.

​ ສ່ວນ​ວັງ Kremlin ກໍ​ພັນ​ລະ​ນາ​ການ​ພົບ​ປະ​ແມ່ນ “ແທ​ດ​ຈິງ, ມີ​ລັກ​ສະ​ນະ​ສ້າງ​ສັນ ແລະ ກົງ​ໄປ​ກົງ​ມາ”, ແຕ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດເຊຍ Putin ຍັງ​ບໍ່​ທັນ​ເປີດ​ເຜີຍ​ບໍ່ວ່າການ​ປ່ຽນ​ແປງ​ໃດໆ​ຕໍ່​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຂອງ ມົດ​ສະ​ກູ.