ຕາມຂໍ້ມູນຂ່າວສານຫຼ້າສຸດ, ເຫດຍິງປືນໄດ້ເຮັດໃຫ້ 7 ຄົນເສຍຊີວິດ ແລະ 22 ຄົນຮັບບາດເຈັບ. ຕາມບັນດານັກສືບສວນແລ້ວ, Ator ແມ່ນພົນລະເມືອງນະຄອນ Odessa ແລະ ປັດຈຸບັນ ຍັງບໍ່ທັນຢັ້ງຢືນໄດ້ສາຍເຫດທີ່ກໍ່ໃຫ້ເກີດເຫດການດັ່ງກ່າວຂອງເປົ້າໝາຍນີ້. ບັນດານັກສືບສວນ ກໍ່ຍັງບໍ່ທັນຢັ້ງຢືນໄດ້ຕົ້ນກຳເນີດຂອງອາວຸດ ເຊິ່ງ Ator ນຳໃຊ້ໃນເຫດຍິງປືນເທື່ອ. ທ່ານ Christopher Combs ນັກສືບສວນກົມສືບສວນສະຫະລັດ ອາເມລິກາ (FBI) ໃຫ້ຮູ້ວ່າ: ບັນດາເຈົ້າໜ້າທີ່ຢັ້ງຢືນວ່າ ເຫດບຸກໂຈມຕີນີ້ ບໍ່ກ່ຽວຂ້ອງເຖິງບັນດາອົງການກໍ່ການຮ້າຍພາຍໃນປະເທດ ແລະ ສາກົນ.