ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ: Getty)

ຈະປະກາດຈຸດເວລາດຳເນີນການພົບປະຂັ້ນສຸດຍອດຄັ້ງທີ 2 ລະຫວ່າງທ່ານກັບການນຳສປປ.ເກົາຫຼີ Kim Jong un ໂດຍໄວ. ຕາມທ່ານປະທານາທິບໍດີ Donald Trump ແລ້ວ, ສະຖານທີ່ດຳເນີນການພົບປະຂັ້ນສຸດຍອດຄັ້ງທີ 2 ອາດຈະດຳເນີນຢູ່ແຫ່ງອື່ນນອກສິງກະໂປ. ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ພວມພົບປະກັບຝ່າຍພຽງຢາງ ເພື່ອກະກຽມສຳລັບ ແຜນການດັ່ງກ່າວ.

ສ່ວນທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ໃຫ້ຮູ້ວ່າ, ໃນການພົບປະກັບທ່ານເມື່ອອາທິດກ່ອນ, ການນຳ Kim Jong un ໄດ້ສະແດງຄວາມປາດຖະໜາຈັດຕັ້ງການພົບປະຄັ້ງສຸດຍອດທີ 2 ກັບທ່ານປະທານາທິບໍດີ Donald Trump ໂດຍໄວ ເພື່ອສຳເລັດວິວັດການປອດນິວເຄຼຍ.