(ພາບປະກອບ: dw.com) |
ພາຍຫຼັງກຳນົດວ່າບັນດາຜະລິດຕະພັນດັ່ງກ່າວໄດ້ນາບຂູ່ເຖິງຂະແໜງຜະລິດຢູ່ພາຍໃນປະເທດຂອງອາເມລິກາ. ຕາມນັ້ນແລ້ວ, USITC ໄດ້ກຳນົດວ່າ ຂະແໜງອຸດສາຫະກຳຢູ່ພາຍໃນປະເທດພວມຖືກ “ເສຍຫາຍຢ່າງແທ້ຈິງ” ຈາກບັນດາຜະລິດຕະພັນດັ່ງກ່າວທີ່ນຳເຂົ້າຈາກ 5 ປະເທດແມ່ນ ສ.ເກົາຫຼີ, ອີຕາລີ, ແອັດສະປາຍ, ຕວກກີ ແລະ ອັງກິດ. ບົດແຈ້ງຂ່າວຂອງ USITC ຊີ້ແຈ້ງວ່າ, ພາຍຫຼັງກຳນົດສິ່ງດັ່ງກ່າວ, ກະຊວງການຄ້າອາເມລິກາ ຈະອອກຄຳສັ່ງຈັດວາງອັດຕາພາສີຕ້ານການຂາຍບູບລາຄາສຳລັບປະເພດສິນຄ້າ ກາກບອນ ແລະ ປະສົມໂລຫະທີ່ມາຈາກ 5 ປະເທດດັ່ງກ່າວ.

