|
(ພາບປະກອບ: Yonhap/TTXVN) |
ເມື່ອຕອບສຳພາດຕໍ່ສື່ມວນຊົນ, ໂຄສົກກະຊວງການຕ່າງປະເທດສ.ເກົາຫຼີ ໄດ້ແຈ້ງວ່າ, ຕາມແຜນການດັ່ງກ່າວ, ທູດພິເສດຜູ້ຮັບຜິດຊອບບັນດາບັນຫາສັນຕິພາບ ແລະ ຄວາມໝັ້ນຄົງໃນແຫຼມເກົາຫຼີ, ທັງເປັນຫົວໜ້າຄະນະນັກເຈລະຈານິວເຄຼຍ 6 ຝ່າຍຂອງສ.ເກົາຫຼີ Lee Do hoon ຄາດວ່າ ຈະມີການເຈລະຈາກັບທູດພິເສດຜູ້ຮັບຜິດຊອບດ້ານນະໂຍບາຍກ່ຽວກັບສປປ.ເກົາຫຼີ ສັງກັດກະຊວງການຕ່າງປະເທດອາເມລິກາ Joseph Yun. ທີ່ການເຈລະຈາ, 2 ຝ່າຍຄາດວ່າຈະສຸມໃສ່ປຶກສາຫາລືວິທີການແນໃສ່ເຊື່ອມຕໍ່ການເຈລະຈາລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ ເມື່ອການເຈລະຈາປະຈຸບັນລະຫວ່າງ 2 ພາກເກົາຫຼີ ບັນລຸໄດ້ຄວາມຄືບໜ້າ.

