ທ່ານ Jared Kushner ທີ່ປຶກສາຂັ້ນສູງຂອງປະທານາທິບໍດີອາເມລິກາ (ພາບ: AFP/TTXVN ) |
ທຳນຽບຂາວປະກາດວ່າ: ອາເມລິກາ ຈະສົມທົບກັບ Bahrain ເພື່ອຈັດກອງປະຊຸມສຳມະນາເສດຖະກິດທີ່ໃສ່ຊື່ວ່າ “ຈາກສັນຕິພາບ ກ້າວໄປສູ່ຄວາມວັດທະນາຖາວອນ” ຢູ່ນະຄອນຫຼວງ Manama ຂອງ Bahrain ໃນລະຫ່ວາງວັນທີ 25-26 ມິຖຸນາ ຊື່ງຈະດຶງດູດການເຂົ້າຮ່ວມຂອງການນຳບັນດາປະເທດ, ອົງການຈັດຕັ້ງສັງຄົມພົນລະເຮືອນ ແລະ ວິສາຫະກິດ ເພື່ອແນໃສ່ແບ່ງປັນແນວຄວາມຄິດ, ປຶກສາຫາລືຈາຍຸດທະສາດ ແລະ ໜູນຊ່ວຍບັນດາຂໍ້ລິເລີ່ມ ແລະ ການລົງທຶນເສດຖະກິດທີ່ມີຄວາມສາມາດບົ່ມຊ້ອນທີ່ສາມາດປະຕິບັດໄດ້ດ້ວຍຂໍ້ຕົກລົງສັນຕິພາບສະບັບໜຶ່ງ. ກອງປະຊຸມສຳມະນານີ້ຈະສຸມໃສ່ພິເສດເຂົ້າໃນເລື່ອງສ້າງອະນາຄົດແຫ່ງວັດທະນາຖາວອນໃຫ້ແກ່ຊາວ Palestine.
