ທ່ານ Brian Hook, ທີ່ປຶກສານະໂຍບາຍຂັ້ນສູງຂອງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ

(ພາບປະກອບ: Foreign Policy)

ກ່າວຄຳເຫັນຕໍ່ວົງການນັກຂ່າວ ຢູ່ນະຄອນຫຼວງ Riyadh, ປະເທດຊະອຸດີອາຣັບເບຍ, ວັນທີ 28 ເມສາ, ທ່ານ Brian Hook, ທີ່ປຶກສານະໂຍບາຍຂັ້ນສູງຂອງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ ຄົນໃໝ່ Mike Pompeo, ຖະແຫຼງວ່າ ວໍຊິງຕັນ ພວມກະຕຸກຊຸກຍູ້ຫຼາຍປະເທດໃນໂລກຈົ່ງລົງໂທດບັນດາສ່ວນບຸກຄົນ ແລະ ອົງການກ່ຽວຂ້ອງເຖິງໂຄງການລູກສອນໄຟຂອງເຕເຮຣານ ແລະ ນີ້ແມ່ນສ່ວນໃຫຍ່ໃນບັນດາການປຶກສາຫາລືລະຫວ່າງອາເມລິກາ ກັບບັນດາປະເທດເອີລົບ. ໂຄງການລູກສອນໄຟຂອງອີຣານ ກໍ່ແມ່ນຫົວເລື່ອງໃຫຍ່ໃນບັນດາການປຶກສາຫາລືໃນວັນທີ 29 ເມສາ ລະຫວ່າງທ່ານ Pompeo ແລະ ການນຳຊະອຸດີອາຣັບເບຍ ແລະ ອິດສະຣາແອນ.