ທ່ານປະທານາທິບໍດີ ອາເມລິກາ Donald Trump |
ນີ້ແມ່ນຂໍ້ມູນຂ່າວ ໂດຍພົນຕີ H.R.Mc Master ທີ່ປຶກສາດ້ານການປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ເປີດເຜີຍໃນການຕອບສຳພາດຕໍ່ບັນດາສຳນັກຂ່າວສານຂອງ 5 ປະເທດ ທີ່ທ່ານໄປຢ້ຽມຢາມຄື: ສຳນັກຂ່າວສານ ຫວຽດນາມ, ສຳນັກຂ່າວສານຊີນຮົວ, South China Morning Post, Kyodo, Ashi Shimbun, Yomiuri Shimbun, Yonhap ກ່ອນທີ່ຈະຕິດຕາມທ່ານປະທານາທິບໍດີ Donald Trump ໃນການຢ້ຽມຢາມບັນດາປະເທດໃນອາຊີ.
ກ່ຽວກັບການເຂົ້າຮ່ວມ APEC ຢູ່ ດາຫນັງຂອງທ່ານ ປະທານາທິບໍດີ Donald Trump , ທ່ານ Mc Master ໃຫ້ຮູ້ວ່າ: ບົດປາໄສຂອງທ່ານ ປະທານາທິບໍດີ Donald Trump ທີ່ກອງປະຊຸມ APEC ຈະເນັ້ນຫນັກເຖິງສອງເສົາຄ້ຳ: ຊຸກຍູ້ການເຕີບໂຕດ້ານເສດຖະກິດ ແລະ ວັດທະນາຖາວອນ, ຊຸກຍູ້ການຮ່ວມມືປ້ອງກັນຄວາມສະຫງົບ.
ກ່ຽວກັບການພົວພັນສອງຝ່າຍ ຫວຽດນາມ ແລະ ອາເມລິກາ, ທ່ານ Mc Master ໃຫ້ຮູ້ວ່າ: ສານຕົ້ນຕໍຂອງ ທ່ານ ປະທານາທິບໍດີ Donald Trump ໃນການຢ້ຽມຢາມຮ່າໂນ້ຍ ແມ່ນມຸ່ງໄປເຖິງການຊຸກຍູ້ການພົວພັນກັບຫວຽດນາມ ໃນບັນດາຂົງເຂດ ເສດຖະກິດ, ການຄ້າ ແລະ ການຮ່ວມມືປ້ອງກັນຄວາມສະຫງົບ.

