ຖະແຫຼງການດັ່ງກ່າວຖືກຍົກອອກມາ ພາຍຫຼັງທີ່ ສປປ.ເກົາຫຼີ ກະຕຸກຊຸກຍູ້ອາເມລິກາ ຕ້ອງມີ “ວິທີການໃໝ່” ເພື່ອທຳລາຍສະພາບບໍ່ມີທາງອອກໃນການເຈລະຈາສ້າງແຫຼມເກົາຫຼີ ປອດນິວເຄຼຍ.

ຖະແຫຼງການຂອງກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ, ອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Donald Trump ສືບຕໍ່ປະຕິບັດຕາມຂໍ້ຕົກລົງເຊິ່ງການນຳອາເມລິກາ ແລະ ສປປ.ເກົາຫຼີ ບັນລຸໄດ້ຢູ່ສິງກະໂປ ເມື່ອເດືອນ ມິຖຸນາ 2018, ດ້ວຍຄຳໝັ້ນສັນຍາສ້າງແຫຼມເກົາຫຼີ ປອດນິວເຄຼຍ ແລະ ສ້າງຕັ້ງພື້ນຖານສັນຕິພາບຢ່າງຍາວນານ. ກະຊວງດັ່ງກ່າວກໍ່ຊີ້ແຈ້ງວ່າ, ອາເມລິກາ ພ້ອມແລ້ວທີ່ຈະເຈລະຈາທີ່ມີລັກສະນະສ້າງສັນກັບສປປ.ເກົາຫຼີ ເພື່ອຊຸກຍູ້ວິວັດທະນາການ “ໄປພ້ອມໆກັນ”.