ທ່ານນາຍົກລັດຖະມົນຕີ ອາກເມເນຍ Nikol Pashinyan (ພາບ: AFP/TTXVN) |
ທ່ານປະທານາທິບໍດີ ອາກເມເນຍ ໃຫ້ຮູ້ວ່າ “ຕາມຫຼັກການທຳອິດ, ອາກເມເນຍ ແລະ ອາເຊັກໄບຢານ ຮັບຮອງຜືນແຜ່ນດິນອັນຄົບຖ້ວນຂອງກັນ ບົນພື້ນຖານຄວາມເຂົ້າໃຈວ່າ ດິນແດນຂອງ ອາກເມເນຍ ແມ່ນ 29.800 km2, ດິນແດນຂອງ ອາເຊັກໄບຢານ ແມ່ນ 86.600 km2.” ຫຼັກການທີ 2 ໄດ້ຊີ້ແຈ້ງພື້ນຖານດ້ານການເມືອງ ເພື່ອຈັດແຍກຊາຍແດນລະຫວ່າງ ອາກເມເນຍ ແລະ ອາເຊັກໄບຢານ ແມ່ນຖະແຫຼງການ Alma – Ata ປີ 1991.
ການນຳ ອາກເມເນຍ ກໍໃສ່ໃຈວ່າ ຫຼັກການສັນຕິພາບທີ 3 ສຳລັບ ອາກເມເນຍ ແມ່ນບັນດາຊ່ອງທາງຕິດຕໍ່ພົວພັນໃນພາກພື້ນຕ້ອງໄດ້ເປີດຄືນໃໝ່ ໂດຍອີງໃສ່ຫຼັກການກ່ຽວກັບອະທິປະໄຕ, ສິດຕັດສິນ, ຊີ້ນໄປປາມາ ແລະ ຄວາມຍຸຕິທຳລະຫວ່າງບັນດາປະເທດ.

