ຄຸນ​ນະ​ທາດ​ຂອງ​ທິມ​ບານ​ເຕະແຊ້​ມ​ສືບ​ຕໍ່​ໄດ້​ຮັບ​ການຢັ້ງ​ຢືນ​ເມື່ອ​ທິມ​ບານ​ເຕະ ອາກ​ຊັງ​ຕິນ ຍາດ​ໄດ້​ຊະ​ນະ​ຕໍ່​ທິມ​ບານ​ເຕະ ອັງ​ກິດ 2 ປະ​ຕູກໍ່ 0 ໃນ​ນັດ​ແຂ່ງ​ຂັນ 4 ທິມ​​ສຸດ​ທ້າຍ​ງານ​ແຂ່ງ​ຂັນ FIFA World Cup 2026. ນັດ​ແຂ່ງ​ຂັນ​ໄດ້​ຈັດ​ຂຶ້​ນ​ໃນ​ຮຸ່ງ​ເຊົ້າ​ວັນ​ທີ 16 ກໍ​ລະ​ກົດ (ຕາມ​ເວ​ລາ ຮ່າ​ໂນ້ຍ, ຢູ່​ສະ​ໜາມ​ກິ​ລາ Atalanta (ອາ​ເມ​ລິ​ກາ).

ໃນ​ເຫດ​ການ​ທີ່​ກ່ຽວ​ຂ້ອງ, ທີ່​ນັດ​ແຂ່ງ​ຂັນ​ລະ​ຫວ່າງ​ທິມ​ບານ​ເຕະ ອັງ​ກິດ ແລະ ຝ​ລັ່ງ ແຂ່ງ​ຂັນຊິງ​ອັນ​ດັບ​ທີ່ 3 World Cup 2026 ຈະ​ຈັດ​ຂຶ້​ນ​ໃນ​ວັນ​ທີ 18 ກໍ​ລະ​ກົດ ຍັງ​ພວມ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຢ່າງ​ໃຫຍ່​ຫຼວງ​ຂອງ​ແຟນ​ບານ. ຕາມ​ບັນ​ດາ​​ໂປ​ແກຼ​ທ​ແຝຼດຟອມ​ຂາຍ​ປີ້​ທາງ​ອອນ​ລາຍ, ​ປະ​ຈຸ​ບັນ, ລາ​ຄາປີ້​ເພື່ອເຂົ້າ​ຊົມ​ນັດ​ແຂ່ງ​ຂັນ​ທີ່​ຈັດ​ຂຶ້​ນ​ໃນ​ວັນ​ທີ 18 ກໍ​ລະ​ກົດ ຢູ່​ສະ​ໜາມ​ກິ​ລາ Hard Rock ຢູ່ Miami ແມ່ນ​ແຕ່ 1.180 – 2.000 USD/ປີ້.