ວັນທີ6 ພຶດສະພາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ປະກາດວ່າການປະທະກັນລະຫວ່າງ ອາເມລິກາ ອິດສະລາແອັນ ແລະ ອີຣານ ອາດສາມາດສິ້ນສຸດໃນໄວໆນີ້ຖ້າເຕເຮຣານ ຍອມຮັບບັນດາເງື່ອນໄຂເຊິ່ງ ວໍຊິງຕັນຍົກອອກມາ, ໃນສະພາບການບັນດາແຫຼ່ງຂ່າວໃຫ້ຮູ້ວ່າ ສອງຝ່າຍພວມຫຍັບໃກ້ເຂົ້າກັບຂໍ້ຕົກລົງເບື້ອງຕົນເພື່ອແນໃສ່ຢຸດຕິການປະທະກັນ. ໃນບົດຂ່າວທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ Truth Social ໃນວັນທີ 6 ພຶດສະພາ, ທ່ານ Donald Trump ໃຫ້ຮູ້ວ່າ ບັ້ນການທະຫານທີ່ມີຊື່ວ່າ operation epic fury ຈະສິ້ນສຸດລົງຖ້າອີຣານປະຕິບັດຖືກຕ້ອງບັນດາຄຳໝັ້ນສັນຍາທີ່ບັນລຸໄດ້ກັບ ອາເມລິກາ. ເຖິງຢ່າງໃດກໍຕາມ, ທ່ານ Trump ກໍ່ກ່າວເຕືອນວ່າ ຖ້າເຕເຮຣານ ປະຕິເສດຂໍ້ຕົກລົງ, ບັນດາການບຸກໂຈມຕີດ້ານການທະຫານຈະດຳເນີນຄືນໃໝ່ດ້ວຍລະດັບທີ່ຮ້າຍແຮງກວ່າເກົ່າ.
