ໂດຍ​ສືບ​ຕໍ່​ລາຍ​ການ​ກອງ​ປ​ະ​ຊຸມ​ວິ​ສາ​ມັນ​ຄັ້ງ​​ທຳ​ອິດ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 16, ຕອນ​ເຊົ້າ​ວັນ​ທີ 07 ສິງ​ຫາ, ຢູ່ ຮ່າ​ໂນ້ຍ, ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລືຢ​ູ່​ໜ່ວຍ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ຈຳ​ນວນ​ໜຶ່ງ, ໃນ​ນັ້ນ​ມີ​ຫຼາຍ​ຄຳ​ເຫັນ​ໄດ້​ສຸມ​ໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ກາ​ນ​ພັດ​ທະ​ນາ​​ຕົວ​ເມືອງ.

ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ຕົວ​ເມືອງ ລວມ​ມີ 2 ນະ​ໂຍ​ບາຍ​ໃຫຍ່, ໃນ​ນັ້ນ​ມີ​ການ​ຍູ້​ແຮງ​ການ​​ແບ່ງ​ສິດ​ໃຫ້​ແກ່​ນະ​ຄອນເຊິ່ງ​ແມ່ນ​ເຂດ​ຕົວ​ເມືອງ​ພິ​ເສດ ແລະ ນະ​ໂຍ​ບາຍ​ຈຳ​ເພາະ​ຊຸກ​ຍູ​້​ນະ​ຄອນ​ແມ່ນ​ຕົວ​ເມືອງ​ພິ​ເສດ. ​ກົດ​ໝາຍ​ວ່າ​ດ້ວຍ​​ການພັດ​ທະ​ນາ​ຕົວ​ເມືອງ ໄດ​້​ສ້າງ​ຂຶ້ນ​ເພື່ອ​ແນ​ໃສ່​ສ້າງ​ພື້ນ​ຖານ​ນິ​ຕິ​ກຳ​ທີ່​ດີກວ່າ, ຄົບ​ຊຸດ ແລະ ມີ​ສະ​ຖ​ຽນ​ລະ​ພາບ​ເພື່ອ​ເສີມ​ຂ​ະ​ຫຍາ​ຍ​ບົດ​ບາດ​ນຳ​ໜ້າ​ດ້ານ​ເສດ​ຖະ​ກິດ, ຂົ້ວ​ເຕີບ​ໂຕ​ຫຼັກ​ແຫ່ງ​ຊາດ​ຂອງ​ນະ​ຄອນ ໂຮ່​ຈີ​ມິນ. ທ່ານ ຫງວຽນ​ວູ​ຈູງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ນະ​ຄອນ ໂຮ່​ຈີ​ມິນ, ປະ​ກອບ​ຄຳ​ເຫັນ​ວ່າ:

“ຈຸດ​ໃຫຍ່​ສຸດ​ຂອງ​ກົດ​ໝາຍນີ້ ບໍ່​ແມ່ນ​ນະ​ຄອນ ໂຮ່​ຈີ​ມິນ ຈະ​​ໄດ້​ຮັບບຸ​ລິ​ມະ​ສິດ​ຕື່ມ​ອີກ. ຄຸນ​ຄ່າ​ໃຫຍ່​ສຸດ​ແມ່ນ​ຫັນ​ນະ​ຄອນ ໂຮ່​ຈິ​ມິນ ຈາກ​ທ້ອງ​ຖິ່ນ “ຂໍ​້​ກົນ​ໄກ” ກາຍ​ເປັນ​ເຂດ​ຕົວ​ເມືອງ “ມີ​ສິດ​ສ້າງ​ສັນ​ກົນ​ໄກ ແລະ ຮັບ​ຜິດ​ຊອບ​ກ່ຽວ​ກັບ​ໝາກ​ຜົນ”. ຖ້າ​ກົດ​ໝາຍ​ເຮັດ​ໄດ້​ສິ່ງ​ດັ່ງ​ກ່າວ ນີ້​ຈຶ່ງ​ແມ່ນ​ກົດ​ໝາຍ​ພັດ​ທະ​ນາ​ເຂດ​ຕົວ​ເມືອງ​ຢ່າງ​ແທ້​ຈິງ, ຫາກບໍ່​ພຽງ​ແຕ່​​ແມ່ນເຕ​ົ້າ​ໂຮມ​ບັນ​ດາ​​ຂໍ​້ຍົກ​ເວັ້ນ​ນອກ​ກົດ​ໝາຍ​ຕື່ມ​ອີກ”.

ນະ​ຄອນ ໂຮ່​ຈີ​ມິນ ໄດ້​ກຳ​ນົດ​ວ່າ​ແມ່ນ​ຫົວ​ໜ່ວຍ​ບໍ​ລິ​ຫານ​ຂັ້ນ​ແຂວງ​ພິ​ເສດ, ແມ່ນ​ສູນ​ເສດ​ຖະ​ກິດ, ນຳ​ໜ້າ​ເຕີບ​ໂຕ​ຂອງ​ທົ່ວ​ປະ​ເທດ, ປະ​ກອບ​ GDP ກວ່າ 23% ແລະ ປະ​ກອບ​ເຂົ້າ​ງົບ​ປະ​ມານ​ແຫ່ງ​ຊາດ​ປະ​ມານ 31%.