(ພາບປະກອບ: Hanoi Metro)
ຕາມນັ້ນແລ້ວ, ໃນໄລຍະ 2026 – 2030, ຮ່າໂນ້ຍ ວາງເປົ້າໝາຍບັນລຸລະດັບເຕີບໂຕຍອດຜະລິດຕະພັນໃນບໍລິເວນ (GRDP) ສະເລ່ຍຕໍ່ຫົວຄົນກວ່າ 11%/ປີ, GRDP ບັນລຸກວ່າ 113 ຕື້ USD, GRDP ສະເລ່ຍຕໍ່ຫົວຄົນຕ່ຳສຸດ 12.000 USD; ເສດຖະກິດດີຈີຕອນກວມເອົາຢ່າງໜ້ອຍສຸດ 40% GRDP, ອຸດສາຫະກຳວັດທະນະທຳປະມານ 9% GRDP. ທ່ານ ວູດ້າຍທັງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ປະຈຸບັນ, ກຳລັງໜູນຕົ້ນຕໍເພື່ອຊຸກຍູ້ການພັດທະນາຍັງແມ່ນຂະແໜງການບໍລິການ, ໃນນັ້ນ, ຂະແໜງກໍ່ສ້າງຍັງແມ່ນຈຸດສຸມ. ແຕ່ນັບແຕ່ປີ 2027 – 2028 ບັນດາຂະແໜງການໃໝ່, ດ້ວຍມູນຄ່າເພີ່ມສູງ, ເຕັກໂນໂລຊີສູງ, ພິເສດແມ່ນບັນດາຂະແໜງມີຄວາມໝາຍດ້ານວັດທະນະທຳ - ສັງຄົມ, ຄື: ສາທາລະນະສຸກ, ການສຶກສາ, ພິເສດແມ່ນວັດທະນະທຳ, ທ່ອງທ່ຽວ, ກໍຈະແມ່ນກຳລັງໜູນຢ່າງໃຫຍ່ຫຼວງເພື່ອເພີ່ມເຕີມໃຫ້ແກ່ການເຕີບໂຕຂອງນະຄອນ ເພື່ອບັນລຸເປົ້າໝາຍເຕີບໂຕ 2 ຕົວເລກໃນໄລຍະຈະມາເຖິງ”.
ຕາມແຜນການ, ຮ່າໂນ້ຍ ຕ້ອງຜັນຂະຫຍາຍແຜນການສັງລວມນະຄອນຫຼວງມີວິໄສທັດ 100 ປີໂດຍໄວ, ຈັດການສ້າງ ແລະ ຜັນຂະຫຍາຍບັນດາການວາງແຜນເຂດຕົວເມືອງ, ຊົນນະບົດ ຫັນບັນດາຂໍ້ກຳນົດວາງການວາງແຜນສັງລວມນະຄອນຫຼວງ ຕາມຂໍ້ກຳນົດໃຫ້ປະກົດຜົນເປັນຈິງ.
