ການນໍາ ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ນະຄອນຮ່າໂນ້ຍ
ໃຫ້ຮູ້ຂ່າວກ່ຽວກັບວຽກງານການຕອບບຸນແທນຄຸນຕໍ່່ບັນດານັກວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ |
ຄາດວ່ານະຄອນ ຈະໃຊ້ງົບປະມານກວ່າ 100 ຕື້ດົ່ງ ເພື່ອລົງຢ້ຽມຢາມ, ມອບຂອງຂວັນ ໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນບໍລິເວນນະຄອນຫຼວງ.
ກໍເນື່ອງໃນໂອກາດນີ້, ທາງນະຄອນໄດ້ແຕ່ງຕັ້ງຄະນະການນໍາຫຼາຍຄະນະ ລົງໄປຢ້ຽມຢາມ, ມອບຂອງຂວັນ ໃຫ້ແກ່ບັນດາໝູ່ຄະນະ ແລະ ບຸກຄົນດີເດັ່ນອີກດ້ວຍ.
ນອກຈາກບັນດາລາຍການດັ່ງກ່າວແລ້ວ, ການເຄື່ອນໄຫວແທດຈິງ ມຸ່ງໄປເຖິງການສະເຫຼີມສະຫຼອງ 71 ປີ ແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ, ນະຄອນ, ບັນດາເມືອງ, ເທດສະບານ ກໍໄດ້ ແລະ ພວມຜັນຂະຫຍາຍບັນດາການເຄື່ອນໄຫວ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່່ບັນດານັກວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ ຄື: ຂົນຂວາຍພະນັກງານ, ພາລະກອນ, ຜູ້ອອກແຮງງານສະໜັບສະໜູນກອງທຶນຈາລຶກ, ຕອບບຸນແທນຄຸນ; ສົມທົບກັບບັນດາຫົວໜ່ວຍສາທາລະນະສຸກໃນບໍລິເວນ ຈັດຕັ້ງການກວດ ແລະ ປິ່ນປົວພະຍາດ ແລະ ແຈກຢາຍຢຸກຢາ ໂດຍບໍ່ເສຍຄ່າ ໃຫ້ຜູ້ທີ່ມີຄຸນງາມຄວາມດີ,ຈັດຕັ້ງກອງປະຊຸມພົບປະກັບຜູ້ມີຄຸນງາມຄວາມດີ ທີ່ດີເດັ່ນ.

