ແຂກທ່ອງທ່ຽວຈີນ ຢ້ຽມຢາມ ຍາຈາງ ຫວຽດນາມ (ພາບ: TTXVN)

ຕາມຕົວເລກສະຖິຕິຂອງ CTA ໄດ້ໃຫ້ເຫັນວ່າ: ໄທ, ສິງກະໂປ, ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ ແລະ ຟີລີບປິນ ແມ່ນ 6 ໃນຈຳນວນ 10 ສະຖານທີ່ທ່ອງທ່ຽວຢູ່ຕ່າງປະເທດ ທີ່ໄດ້ຮັບຄວາມນິຍົມທີ່ສຸດຂອງແຂກທ່ອງທ່ຽວຊາວ ຈີນ ໃນສັບປະດາພັກວັນຊາດທີ່ແກ່ຍາວແຕ່ວັນທີ 1 – 8 ຕຸລາ 2017. ແຂກທ່ອງທ່ຽວ ຈີນ ກ່ວາ 45% ໄດ້ເລືອກເຟັ້ນເອົາບັນດາປະເທດ ອາຊຽນ. ພ້ອມກັນນັ້ນ, ບັນດາປະເທດ ອາຊຽນ ກໍ່ເປີດ ກ້ວາງບັນດານະໂຍບາຍບຸລິມະສິດກ່ຽວກັບດ້ານວີຊາຄົນເຂົ້າເມືອງໃຫ້ແຂກທ່ອງທ່ຽວ ຈີນ, ດ້ວຍ 9 ໃນຈຳນວນ 10 ປະເທດສະມາຊິກ ອາຊຽນ ໄດ້ນຳໃຊ້ນະໂຍບາຍຍົກເວັ້ນວິຊາ ຫຼື ອອກວິຊາຢູ່ດ່ານຊາຍແດນ./.