ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ Prak Sokhon
(ພາບ: TTXVN)

ວັນທີ 21 ມີນາ, ທູດພິເສດ ອາຊຽນ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ Prak Sokhon ໄດ້ເລີ່ມຕົ້ນການຢ້ຽມຢາມ ມຽນມາ. ຖະແຫຼງການຂອງກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ກ່າວວ່າ ການຢ້ຽມຢາມ ມຽນມາ ຄັ້ງທຳອິດຂອງທູດພິເສດ ອາຊຽນ ແນໃສ່ແຈກຢາຍ, ຊ່ວຍເຫຼືອດ້ານມະນຸດສະທຳ ການໜູນຊ່ວຍ ແລະ ປະສານງານຂອງຄະນະເລຂາອາຊຽນ ແລະ ສູນ AHA; ສົ່ງເສີມບັນດາການປຶກສາຫາລື/ການສົນທະນາກ່ຽວກັບການເມືອງລະຫວ່າງບັນດາພາກສ່ວນກ່ຽວຂ້ອງ.

ໃນຂອບເຂດການຢ້ຽມຢາມ, ຄາດວ່າທູດພິເສດຂອງປະທານອາຊຽນ ຈະພົບປະກັບ ຈອມພົນ Min Aung Lan, ລັດຖະມົນຕີການຕ່າງປະເທດ ມຽນມາ Wunna Maung Lwin. ທ່ານ Prak Sokhon ກໍ່ຄາດວ່າຈະພົບປະກັບບັນດາເອກອັກຄະລັດຖະທູດອາຊຽນ ປະຈຳມຽນມາ ເພື່ອຮັບຟັງການຕີລາຄາສະພາບການ ແລະ ຄວາມເຫັນຂອງແຕ່ລະຝ່າຍ.