|
(ພາບ: REUTERS/TTXVN) |
ອາຊຽນ ແລະ ຈີນ ຈະຈັດກອງປະຊຸມຄັ້ງທີ 22 ກ່ຽວກັບການຜັນຂະຫຍາຍ “ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ” (DOC) ໃນວັນທີ 30 ສິງຫາ ຢູ່ມານີລາ, ປະເທດຟີລິບປິນ. ທີ່ກອງປະຊຸມ, ບັນດາຝ່າຍທີ່ກ່ຽວຂອງຈະລົງເລິກແລກປ່ຽນທັດສະນະກ່ຽວກັບວຽກງານຜັນຂະຫຍາຍ DOC, ຊຸກຍູ້ການຮ່ວມມືຢ່າງແທ້ຈິງບົນທະເລ ແລະ ປຶກສາຫາລືກ່ຽວກັບ COC. ທ່ານນາງ ຄວາຈວນຢິງ ຖືວ່າ, ບັນດາຝ່າຍທີ່ກ່ຽວຂ້ອງຈະສືບຕໍ່ຮັກສາທ່າອ່ຽງເຈລະຈາ ແລະ ການຮ່ວມມື, ສູ້ຊົນໃຫ້ບັນລຸໄດ້ຜົນງານຫຼາຍຢ່າງ ແລະ ຄວາມຄືບໜ້າດີກວ່າອີກເພື່ອເປີດຊ່ອງທາງໃຫ້ການປຶກສາຫາລືຢ່າງເລິກເຊິ່ງ, ກວ້າງຂວາງກວ່າກ່ຽວກັບ COC.

