ທ່ານ Salman Bin Ebrahim Al Khalifa ຢ້ຽມຢາມ VFF (ພາບອິນເຕີແນັດ)

ທີ່ການເຮັດວຽກ, ທ່ານປະທານ VFF ເລຮຸ່ງຢຸງ ຢືນຢັນວ່າ: ບັນດາສະມາຊິກໃນສະຫະພັນຂອງບານເຕະ ຫວຽດນາມ ຍາມໃດກໍ່ເຄົາລົບນັບຖື ແລະ ຕີລາຄາສູງຄວາມເອົາໃຈໃສ່, ການສະໜັບສະໜູນ ແລະ ການໜູນຊ່ວຍຢ່າງແທດຈິງຂອງ AFC ກໍ່ຄືໃນນາມສ່ວນຕົວທ່ານປະທານ Salman Bin Ebrahim Al Khalifa ສຳລັບບານເຕະ ຫວຽດນາມ.

ສ່ວນທ່ານປະທານ AFC Salman Bin Ebrahim Al Khalifa ຕີລາຄາສູງບັນດາຜົນງານ ຊຶ່ງບານເຕະ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ ແລະ ໃຫ້ຮູ້ວ່າ: AFC ຍາມໃດກໍ່ຮັບຟັງຄຳເຫັນຂອງບັນດາສະຫະພັນສະມາຊິກ ເພື່ອໃຫ້ມີການໜູນຊ່ວຍຢ່າງທັນການ. ສະຫະພັນບານເຕະ ອາຊີ ຈະສະໜັບສະໜູນຢ່າງສຸດຄວາມສາມາດຂອງຕົນ ໃຫ້ແກ່ການພັດທະນາກິລາບານເຕະ ຫວຽດນາມ.