ແຕ່​ວັນ​ທີ 12 – 15 ພະ​ຈິກ, ຢູ່​ສູນ​ສົ່ງ​ເສີມ​ການ​ຄ້າ​ກະ​ສິ​ກຳ ຫວຽດ​ນາມ, ເຮືອນ​ເລກ​ທີ 486 ຖະ​ໜົ​ນ​ ຮວ່າງກວັກ​ຫວຽດ, ນະ​ຄອນຮ່າ​ໂນ້ຍ ຈະ​ດຳ​ເນີນ​ງານ​ຕະຫຼາດ​ນັດ ກະ​ສິ​ກຳ​ສາ​ກົນ ​ຄັ້ງ​ທີ 26 (AgroViet 2026). ທີ່​ການ​ຖະ​ແຫຼງ​ຂ່າວ​ທີ່​ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 2 ພະ​ຈິກ, ໂດຍ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ​ ຫວຽດນາມ ຈັດ​ຂຶ້ນ​ຢູ່ ​ຮ່າ​ໂນ້ຍ, ຄະ​ນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ AgroViet 2026 ດ້ວຍ​ຫົວ​ຂໍ້ “ເສີມ​ຂະ​ຫຍາຍ​ມູນ​ເຊື້ອ - ສ້າ​ງ​ສັນ​ອະ​ນາ​ຄົດ​ສີ​ຂຽວ” ງານ​ຕະຫຼາດ​ນັດ​ແມ່ນ​ໂອ​ກາດ​ເພື່ອ​ແນະ​ນຳ, ໂຄ​ສະ​ນາ​ບັນ​ດາ​ຜົນ​ງານຕົວ​ແບບ, ໝາກ​ຜົນ​ພົ້ນ​ເດັ່ນ ແລະ ບັນ​ດາ​ການ​ກຳ​ນົດ​ທິດ​ໃຫຍ່​ໃນ​ການ​ພັດ​ທະ​ນາ​ຂົງ​ເຂດ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ; ຢັ້ງ​ຢືນ​ບົດ​ບາດ​ຂອງ​ຂະ​ແໜງ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ, ການພັດ​ທະ​ນາ​ເສດ​ຖະ​ກິດ​ສີ​ຂຽວ, ເສດ​ຖະ​ກິດ​ໝູນ​ວຽນ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ທ່ານ ຫງວຽນ​ມິງ​ຕຽນ, ຜູ້​ອຳ​ນວຍ​ການ​ສູນ​ສົ່ງ​ເສີມ​ການ​ຄ້າ​ກະ​ສິ​ກຳ ຫວຽດ​ນາມ ໃຫ້​ຮູ້​ວ່າ ງານ​ຕະຫຼາດ​ນັດ ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງຮ້ານ​ວາງ​ສະ​ແດງ​ສິນ​ຄ້າ ​ປະ​ມານ 250 ຮ້ານຂອງ 25 ແຂວງ, ນະ​ຄອນ ພາຍ​ໃນ​ປະ​ເທດ ແລະ 100 ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ​ສາ​ກົນ ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ​ຄື: ຈີນ, ຍີ່​ປຸ່ນ, ສ.ເກົາຫຼີ, ອົດ​ສ​ະ​ຕາ​ລີ.