ຕາມ​ບັນ​ດາ​ຕົວ​ເລກ, ບັນ​ດາ​ເຫດ​ໄຟ​ໄໝ້​ປ່າ​ຄັ້ງຫຼ້າ​ສຸດ​ໄດ້​ທຳ​ລາຍ​ດິນກວ່າ 17.000 ເຮັກ​ຕາ​ໃນ​ 3 ປະ​ເທດ ທີ່​ມີ​ອູມ​ຫະ​ພູມ​ຢູ່​ບາງ​ບ່ອນ​ຄາດ​ວ່າ​ຈະ​ຢູ່​ໃນ​ລະ​ດັບ 40 ອົງ​ສາ​ຊີ ໃນ​ວັນ​ທີ 5 ກໍ​ລະ​ກົດ. ຢູ່​ຝ​ລັ່ງ, ກຳ​ລັງ​ດັບ​ເພີ່ງເກືອບ 600 ຄົນ​ໄດ້​ຖືກ​ຈັດ​ສົ່ງ​ເພື່ອ​ຄວບ​ຄຸມ​ໄຟ​ໄໝ້​ປ່າ ໄດ້​ຈູດເຜົາ​ປ່າ​ເນື້ອ​ທີກວ່າ 100 ເຮັກ​ຕາ​ຢູ່​ເຂດ Trevillach, ຫ່າງ​ຈາກ​ນະ​ຄອນ Perpignan ປະ​ມານ 36 ກີ​ໂລ​ແມັດ​ໄປ​ທາງ​ທິດ​ຕາ​ເວັນ​ອອກ. ຢູ່​ໂປ​ໂຕ​ເກດ, ກຳ​ລັງ​ດັບ​ເພີງ​ຄວບ​ຄຸມ​ໄດ້ 80%ເນື້ອ​ທີ່​ໄຟ​ໄໝ້​ປ່າ​ເຊິ່ງ​ທຳ​ລາຍ​ປະ​ມານ 13.000 ເຮັກ​ຕາ​ປາ ແລະ ຕົ້ນ​ໄມ້​ຢູ່​ທາງ​ທິດ​ເໜືອ​ປະ​ເທດ​ນີ້.

ໃນ​ຂະ​ນະ​ນັ້ນ, ໄຟ​ໄໝ້​ປ່າ​ຢູ່​ໃກ້​ກັບ​ຫາດ​ຊາຍ​ທະ​ເລ Costa Brava ຢູ່​ທາງ​ທິດ​ຕ​ເວັນ​ອອກ​ສ່ຽງ​ເໜືອ ແອັດ​ສະ​ປາຍ ໄດ້​ທຳ​ລາຍ​ປ່າກວ່າ 2.200 ເຮັກ​ຕາ​ໃນ​ສອງວັນ. ຄາດ​ວ່າ​ໃນ​ວັນ​ທີ 6 ກໍ​ລະ​ກົດ, ອາ​ກາດ​ແດດ​ຮ້ອນ​ຄັ້​ງຫຼ້າ​ສຸດ​ຈະ​ເຄື່ອນ​​ໄປ​ຍັງ​ທາງ​ທິດ​ເໜືອ ແລະ ອາດ​ສາ​ມາດ​ແກ່​ຍາວ​ໝົດ​ອາ​ທິດ​ໜ້າ.