ຢູ່ແອັດສະປາຍ, ກະຊວງພາຍໃນປະເທດນີ້ໄດ້ປະກາດສະພາວະສຸກເສີນລະດັບຊາດຢູ່ເຂດ Madrid ແລະ ແຂວງ Avila ເມື່ອໄຟໄໝ້ປ່າເກີນຄວາມສາມາດຄວບຄຸມໄດ້. ຢູ່ ຝລັ່ງ, ມີກວ່າ 20.000 ຄົນ, ສ່ວນຫຼາຍແມ່ນແຂກທ່ອງທ່ຽວຢູ່ບັນດາເຂດຕັ້ງຄ້າຍ ແລະ ຣີສອດແຄມທະເລອັດລັງຕິກ ຢູ່ທາງທິດຕາເວັນຕົກສ່ຽງໃຕ້ປະເທດນີ້ ຕ້ອງຍົກຍ້າຍໄປຍັງບ່ອນປອດໄພ ເມື່ອໄຟໄໝ້ປ່າໄດ້ລາມອອກຢ່າງວ່ອງໄວຢູ່ອ້ອມເຂດ Bordeaux. ຢູ່ ອີຕາລີ, ຜູ້ດັບເພີງນັບໝື່ນຄົນ ສືບຕໍ່ຮັບມືກັບໄຟໄໝ້ປ່ານັບສິບບ່ອນຢູ່ເກາະ Sicily ແລະ ເຂດ Calabria.
ກົງກັນຂ້າມກັບເອີຣົບ, ຝົນຕົກລົມແຮງພາໃຫ້ເກີດນ້ຳຖ້ວມ ແລະ ດິນເຊາະເຈື່ອນໃນວົງກວ້າງຢູ່ຫຼາຍປະເທດ ອາຊີໃຕ້. ສະພາບນ້ຳຖ້ວມຢ່າງຮ້າຍແຮງໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດອິນຊີ ແລະ ຊັບສິນ ຢູ່ ອິນເດຍ, ປາກິດສະຖານ, ບັງກະລາເທດ ແລະ ເນປານ.
