ວັນ​ທີ 12 ກັນ​ຍາ, ຢູ່ ,ອິນ​ເດຍ, ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຫາ​ກໍ່​ພົ້ນ​ເດັ່ນ (BRICS), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Zou Jiayi, ປະ​ທານ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ (AIIB). ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ AIIB ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ມີ​ຂອບ​ຂະ​ໜາດ​ໃຫຍ່, ເປັນ​ຕົ້ນ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ຫັນ​ເປັນ​ສີ​ຂຽວ, ຫັນ​ປ່ຽນ​ພະ​ລັງ​ງານ, ພັດ​ທະ​ນາ​ຕົວ​ເມືອງ ແລະ ເຊື່ອມ​ຕໍ່​ເຂດ; ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ​ໃນ​ຂັ້ນ​ຕອນ​ກະ​ກຽມ​ໂຄງ​ການ ແລະ ອອກ​ແບບ​ບັນ​ດາ​ໂຄງ​ປະ​ກອບ​ການ​ເງິນ​ຢ່າງມີຫົວຄິດປະ​ດິດ​ສ້າງ; ພ້ອມ​ທັງ​ຍູ້​ແຮງ​ການ​​ອຸ​ປະ​ຖຳຮ່ວມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ ແລະ ພາກ​ເອ​ກະ​ຊົນ​ເພື່ອ​ແນ​ໃສ່​ລະ​ດົມ​ແຫຼ່ງ​ກຳ​ລັງ​ຢ່າງ​ສຸດ​ຂີດ​ໃຫ້​ແກ່​ຄວາມ​ຕ້ອງ​ການ​ລົງ​ທຶນ​ພື້​ນ​ຖານ​ໂຄງ​ລ່າງ​ຂອງ ຫວຽດ​ນາມ. ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍາວ​ນານ ກັບ AIIB, ເປັນ​ຕົ້ນ​ໃນ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ, ການ​ຫັນ​ເປັນ​ສີ​ຂຽວ ແລະ ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າກາດ.

ສ່ວນ​ທ່ານນາງ ປະ​ທານ AIIB ຢັ້ງ​ຢືນ​ວ່າ ຫວຽດ​ນາມ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂ​ອງ AIIB ແລະ ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ AIIB. AIIB ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ ຫວຽດ​ນາມ ທີ່​ໄດ້​ແນະ​ນຳ​ບັນ​ດາ​ໂຄງ​ການ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ໂຄງ​ການ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ,ທາງ​ລົດ​ໄຟ, ການ​ຫັນ​ເປັນ​ສີ​ຂຽວ, ພະ​ລັງ​ງານ​ສະ​ອາດ, ພັດ​ທະ​ນາ​ຕົວ​ເມືອງ ແລະ ເຊື່ອມ​ຕໍ່​ຂ້າມ​ຊາຍ​ແດນ, ເພື່ອ​ນຳ​ເຂົ້າ​ບັນ​ຊີ​ລາຍ​ຊື່​ການ​ຮ່ວມ​ມື, ພ້ອມ​ທັງ​ກຽມ​ພ້ອມ​ການ​ປະ​ສານ​ສົມ​ທົບກັນ​ໃນ​ການ​ກຳ​ນົດ, ກະ​ກຽມ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ບຸ​ລິ​ມະ​ສິດ.