ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ພ້ອມກັບບັນດາຜູ້ແທນກົດປຸ້ນໄຂເຫດການ (ພາບ: VGP)

ກ່າວຄຳເຫັນທີ່ເຫດການ, ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ມີຄວາມປາດຖະໜາວ່າ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ມີຫຼາຍວິທີການແກ້ໄຂຢ່າງລະອຽດຫຼາຍຢ່າງກ່ວາອີກ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດ ແລະ ລະດັບວິທະຍາສາດ ແລະ ເຕັກໂນໂລຢີໃຫ້ແກ່ບັນດາອົງການ, ວິສາຫະກິດ, ເພີ່ມທະວີການຕິດພັນກັນຢ່າງແໜ້ນແຟ້ນລະຫວ່າງ ຜູ້ຜະລິດ, ວິສາຫະກິດ, ທ້ອງຖິ່ນ ແລະ ບັນດາຫົວໜ່ວຍຄົ້ນຄ້ວາ. ທ່ານກ່າວວ່າ:

ໄລຍະຈະມາເຖິງຫວຽດນາມຕ້ອງມີບາດກ້າວຫັນປ່ຽນຍຸດທະສາດເພື່ອຊຸກຍູ້ການພັດທະນາເຕັກໂນໂລຢີ ແລະ ປ່ຽນແປງໃໝ່, ປະດິດຄິດສ້າງ, ຊຸກຍູ້ໄປຼແກມການໝູນໃຊ້ສົມທົບກັບການພັດທະນາເຕັກໂນໂລຢີໃນບາງຂະແໜງ, ຂົງເຂດໃໝ່ທີ່ມີທ່າແຮງ. ຕ້ອງກຳນົດໄດ້ວ່າ ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງຕ້ອງແມ່ນພື້ນຖານຊຸກຍູ້ການພັດທະນາໄວ ແລະ ຍືນຍົງຂອງປະເທດຊາດ, ແມ່ນກຳລັງຜະລິດໂດຍກົງ, ແມ່ນກຳລັງໜູນຕົ້ນຕໍຂອງ ຮູບແບບພັດທະນາເສດຖະກິດ - ສັງຄົມ”

TechDemo Gia Lai 2019 ໄດ້ດຳເນີນໃນລະຫ່ວາງວັນທີ 24 - 26 ພະຈິກ ປີ 2019.