ພິທີໄຂຄ້າຍພັກແລ້ງ ຫວຽດນາມ ປີ 2026 ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 13 ກໍລະກົດ, ຢູ່ຮ່າໂນ້ຍ. ຄ້າຍພັກແລ້ງ ຫວຽດນາມ 2026 ໄດ້ດຳເນີນໃນຮອບເວລາ 14 ວັນ, ແຕ່ວັນທີ 12 ກໍລະກົດ ຫາວັນທີ 25 ກໍລະກົດ ປີ 2026. ມີຊາວໜຸ່ມເຍົາລະຊົນກວ່າ 100 ຄົນມາຈາກກວ່າ 30 ປະເທດ, ເຂດແຄ້ວນໃນທົ່ວໂລກ ເຂົ້າຮ່ວມຄ້າຍພັກແລ້ງ ຫວຽດນາມ 2026. ດ້ວຍຫົວຂໍ້ “ວິວັດການມໍລະດົກເຊື່ອມຕໍ່ກົກເຄົ້າເຫງົ້າກໍ”, ຄ້າຍພັກແລ້ງ ຫວຽດນາມ 2026 ໄດ້ນຳບັນດາຜູ້ແທນເດີນຜ່ານຫຼາຍທ້ອງຖິ່ນໃນທົວປະເທດລວມມີ: ຮ່າໂນ້ຍ, ນິງບິ່ງ, ເງະອານ, ກ໋ວາງຈິ, ເຫ້ວ, ດ່ານັ້ງ, ຢາລາຍ ແລະ ແຄ້ງຮວ່າ. ບັນດາຜູ້ແທນໄດ້ຮັບຊົມ, ຊອກຮູ້ຫຼາຍມໍລະດົກວັດທະນະທຳດີເດັ່ນຂອງ ຫວຽດນາມ. ໂຄງການປະສານສົມທົບຢ່າງກົມກຽວບັນດາການເຄື່ອນໄຫວສຶກສາມູນເຊື້ອ, ຊອກຮູ້ປະຫວັດສາດ, ລົງຕົວຈິງຄົ້ນຫາວັດທະນະທຳ ແລະ ຝືກຮຽນພາສາຫວຽດ, ຜ່ານນັ້ນປຸກລຸກຄວາມເອກອ້າງທະນົງໃຈຂອງຊາດ ແລະ ຄວາມຜູກພັນກັບບ້ານເກີດເມືອງນອນຂອງໄວໜຸ່ມຫວຽດນາມ ອາໄສຢູ່ຕ່າງປະເທດ.
