ຫົວຂໍ້ຫຼັກຂອງກອງປະຊຸມໃຫຍ່ຊຸດທີ XII ແມ່ນ: “ເສີມຂະຫຍາຍບົດບາດແກ່ນສານໃນວຽກງານມະນຸດສະທຳ; ປ່ຽນແປງໃໝ່, ຫັນເປັນດີຈີຕອນ, ເຊື່ອມຕໍ່ແຫຼ່ງກຳລັງ; ສ້າງສະພາໃຫ້ໝັ້ນຄົງເຂັ້ມແຂງ, ປະຊາຄົມປອດໄພ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ພັດທະນາແບບຍືນຍົງ”.ທີ່ກອງປະຊຸມ, ກອງປະຊຸມໃຫຍ່ໄດ້ເຊີດຊູທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມໃຫ້ດຳລົງຕຳແໜ່ງປະທານກິດຕິມະສັກ ສະພາກາແດງ ຫວຽດນາມ
ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ວຽກງານມະນຸດສະທຳບໍ່ອາດຢຸດຢູ່ໃນການໜູນຊ່ວຍເມື່ອເກີດໄພທຳມະຊາດ, ໂລກລະບາດ, ອັກຄິໄພເທົ່ານັ້ນ ຫາກຍັງຕ້ອງກາຍເປັນພາກສ່ວນຂອງຍຸດທະສາດພັດທະນາມະນຸດ, ຮັບປະກັນການໜູນຊ່ວຍສັງຄົມ, ຄຸ້ມຄອງຄວາມສ່ຽງ ແລະ ຍົກສູງຄວາມສາມາດໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງປະຊາຄົມ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມຮຽກຮ້ອງສືບຕໍ່ເສີມຂະຫຍາຍບົດບາດຫຼັກແຫຼ່ງ, ເປັນຂົວເຊື່ອມຕໍ່ ແລະ ການປະສານສົມທົບຂອງສະມາຄົມໃນການເຄື່ອນໄຫວມະນຸດສະທຳ.
ປ່ຽນແປງໃໝ່ການຄຸ້ມຄອງມະນຸດສະທຳ, ລະດົມ ແລະ ນຳໃຊ້ທຸກແຫຼ່ງກຳລັງສັງຄົມຢ່າງມີປະສິດທິຜົນ. ຄວາມເຊື່ອໝັ້ນແມ່ນແຫຼ່ງກຳລັງອັນລ້ຳຄ່າຂອງການເຄື່ອນໄຫວມະນຸດສະທຳ. ເພາະສະນັ້ນ, ສະພາຕ້ອງຖືຄວາມເປີດເຜີຍ, ໂປ່ງໃສ, ສັດຊື່ບໍລິສຸດ ແລະ ຄວາມຮັດຜິດຊອບໃນການອະທິດບາຍຢູ່ທີ່ຕັ້ງໃຈກາງ. ທຸກການປະກອບຕ້ອງໄດ້ຕ້ອນຮັບ, ຄວບຄຸມ, ແຈກຢາຍຖືກເປົ້າໝາຍ, ຜູ້ປະກອບມີສິດໄດ້ຮູ້ວ່າແຫຼ່ງກຳລັງໄດ້ນຳໃຊ້ຢູ່ໃສ, ໃຫ້ຜູ້ໃດ ແລະ ນຳມາເຊິ່ງໝາກຜົນຫຍັງ; ຜູ້ໜູນຊ່ວຍມີສິດສ່ອງແສງຄືນກ່ຽວກັບລັກສະນະເໝາະສົມ, ຄວາມຍຸຕິທຳ ແລະ ທັນການຂອງການໜູນຊ່ວຍ.
ໃນສະໄໝ 2026 – 2031, ສະພາກາແດງໄດ້ວາງອອກບາງຄາດໝາຍຕົ້ນຕໍ, ພົ້ນເດັ່ນ, ເຊັ່ນ: ສູ້ຊົນລະດົມຈຳນວນເງິນແຕ່ 25.000 ຕື້ດົ່ງຂຶ້ນໄປ (ເກືອບ 1 ຕື້ USD), ຊ່ວຍເຫຼືອໃຫ້ກວ່າ 60 ລ້ານເທື່ອຄົນ; 100% ສະພາກາແດງຂັ້ນແຂວງ, ຕາແສງນຳໃຊ້ພື້ນຖານດີຈີຕອນທີ່ເປັນເອກະພາບ; 100% ກິດຈະກຳຮັບ, ຄຸ້ມຄອງ, ຈັດແບ່ງແຫຼ່ງກໍາລັງໄດ້ຮັບການຫັນເປັນດີຈີຕອນ, ເປີດເຜີຍ, ຈະແຈ້ງ;…. ພິເສດ, ສະພາກາແດງຊຸດທີ XII ນີ້ຈະສຸມໃສ່ຜັນຂະຫຍາຍ 3 ຂອດບຸກທະລຸ: ຫັນເປັນດີຈີຕອນຢ່າງຮອບດ້ານ; ຫັນທີ່ຢູ່ມະນຸດສະທຳເປັນດີຈີຕອນ, ໂປ່ງໃສສ້າງຄວາມເຊື່ອໝັ້ນ, ເຊື່ອມຕໍ່ວົງຄະນະຍາດ; ສ້າງລະບົບນິເວດມະນຸດສະທຳສີຂຽວ - ປ່ຽນແປງໃໝ່ແບບວິທີ; ຊຸກຍູ້ວິທີຫາເງິນລ້ຽງຊີບໃຫ້ເຂັ້ມແຂງດ້ວຍຕົນເອງ, ພັດທະນາແບບຍືນຍົງ; ສ້າງກຳລັງອາສາສະໝັກເປັນມືອາຊີບ, ເປັນເຈົ້າການ, ພ້ອມແລ້ວທີ່ຈະຮັບມືຢ່າງວ່ອງໄວຢູ່ກັບບ່ອນ.
