ການຈັດຕັ້ງກອງປະຊຸມ ສາກົນກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານ ຄັ້ງທີ 4 ແມ່ນເພື່ອແນໃສ່ຕີລາຄາການພົວພັນຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາອົງການບໍ່ຂຶ້ນກັບລັດຖະບານ ໃນໄລຍະ 2014 – 2019. ພ້ອມທັງແບ່ງປັນຂໍ້ມູນ, ປະສົບການໃນວິວັດທະນາການຮ່ວມມື, ບັນດາບຸລິມະສິດ ແລະ ຄວາມຕ້ອງການຂອງຫວຽດນາມໃນການຮ່ວມມືກັບບັນດາອົງການບໍ່ຂຶ້ນກັບລັດຖະບານ ແລະ ບັນດາຄູ່ຮ່ວມມືພັດທະນາໃນໄລຍະ 2020 – 2025. ກອງປະຊຸມດັ່ງກ່າວ ຈະແກ່ຍາວໄປຮອດວັນທີ 13 ທັນວາ ຈຶ່ງອັດລົງ.