ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ເລກວັກ​ມິງ, ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູ​ນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ບັນ​ນາ​ທິ​ການ​ໃຫຍ່​ໜັງ​ສື​ພິມ ເຍິນ​ເຢີນ (ປະ​ຊາ​ຊົນ), ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ ເນັ້ນ​ໜັກ​ວ່າ:

“ງານ​ບຸນ​ສື່ມ​ວນ​ຊົນ​ປີ​ນີ້ ໄດ້​ຄັດ​ເລືອກ​ຫົວ​ຂໍ້​ທີ່​ມີ​ລັກ​ສະ​ນະ​ກຳ​ນົດ​ທິດ​ຢ່າງ​ເລິກ​ເຊິ່ງ ແລະ ຮອບ​ດ້ານ: “ສື່ມວນ​ຊົນ ຫວຽດ​ນາມ - ຈົງ​ຮັກ​ພັກ​ດີ, ປະ​ດິດ​ຄິດ​ສ້າງ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ສັງ​ກາດ​ໃໝ່”. ຜ່ານ​ຫົວ​ຂໍ້​ນີ້​ໄດ້​ຢັ້ງ​ຢືນ​ພາ​ລະ​ກຳ​ທີ່​ເປັນ​ແກ່ນ​ສານ​ຂອງ​ຜູ້ເຮັດ​​ວຽກ​ງານສື່ມວນ​ຊົນປະ​ຕິ​ວັດ ທີ່​ຍາມ​ໃດ​ກໍ​ຈົງ​ຮັກ​ພັກ​ດີ​ຕໍ່​ອຸ​ດົມ​ການ​ຂອງ​ພັກ, ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ; ນະ​ວັດ​ຕະ​ກຳ​ຢ່າງ​ບໍ່​ຢຸດ​ຢັ້ງ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ທັນ​ສະ​ໄໝ; ພ້ອມ​ທັງ​ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ, ຄູນ​ສົມ​ບັດວິ​ຊາ​ອາ​ຊີບ​ໃນ​ຂະ​ບວນ​ວິ​ວັດ​ສ້າງ​ສັງ​ຄົມ​ຍຸ​ຕິ​ທຳ, ປະ​ຊາ​ທິ​ປະ​ໄຕ ແລະ ສີ​ວິ​ໄລ”.

ຈຸດ​ພົ້ນ​ເດັ່ນ​ຂອງ​​ງານ​ບຸນ​ສື່ມວນ​ຊົນປີ​ນີ້ ແມ່ນ​ເຂດ​ວາງ​ສະ​ແດງຢູ່​ໃຈ​ກາງ, ໂດຍ​ໄດ້​ຮັບ​ການ​ສ້າງ​​ຂຶ້ນ​ເໝືອນ​ດັ່ງ​ວິ​ວັດ​ທະ​ນາ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ສິ່ງ​ທີ່​ເປັນ​ມູນ​ເຊື້ອ​ກັບ​ອະ​ນາ​ຄົດ. ຜ່ານ​ລະ​ບົບ​ຮູບ​ພາບ, ເອ​ກະ​ສານ, ວັດ​ຖຸ​ພັນ ແລະ ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ສາຍ​ທີ່​ທັນ​ສະ​ໄໝ, ມະ​ຫາ​ຊົນ​ມີ​ໂອ​ກາດ​ເພື່ອ​ຫວນ​ຄືນ​ເສັ້ນ​ທາງ​ພັດ​ທະ​ນາ​ຂອງ​ພື້ນ​ຖານ​ສື່ມ​ວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ, ພ້ອມ​ທັງຮັບ​ຮູ້​ໄດ້​ຢ່າງ​ຈະ​ແຈ້ງ​ເຖິງ​ບັນ​ດາ​ຄຳ​ຮຽກ​ຮ້ອງ​​ຕ້ອງ​ການທີ່​ພວມ​ວາງ​ອອກ​ສຳ​ລັບ​ສື່ມວນ​ຊົນ​ໃນ​ສະ​ພາບ​ການ​ໃໝ່.