ງານຕະຫຼາດນັດມີຮ້ານວາງສະແດງມາດຖານ 250 ຮ້ານ, ໃນນັ້ນ ມີ 120 ຮ້ານຂອງວິສາຫະກິດເກືອບ 90 ແຫ່ງຂອງ ຫວຽດນາມ ທີ່ວາງສະແດງບັນດາຜະລິດຕະພັນທີ່ມີຄຸນນະພາບ, ມີຄວາມໄວ້ວາງໃຈ ໃນບັນດາຂະແໜງຄື: ການຢາ, ອຸປະກອນການແພດ, ກະສິກຳ - ປ່າໄມ້ - ສິນໃນນ້ຳສິນທະເລ, ອາຫານປຸງແຕ່ງ, ແຟຊັນ, ເຄື່ອງຕັດຫຍິບ, ສິລະປະຫັດຖະກຳ, ເຄືື່ອງ ເຟີນີເຈີ, ທາດເຄມີ ແລະ ເຄື່ອງໃຊ້ສອຍປະຈຳວັນ.
ກ່າວຄຳເຫັນທີ່ພິທີໄຂງານຕະຫຼາດນັດທີ່ດຳເນີນໃນວັນທີ 16 ກໍລະກົດ, ທ່ານ ພຸດທະວັນ ນາມທະວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ ຢັ້ງຢືນວ່າ:
“ງານຕະຫຼາດນັດແມ່ນການເຄື່ອນໄຫວວາງສະແດງສິນຄ້າລະດັບຊາດ, ເຊິ່ງມີຄວາມໝາຍສຳຄັນ ບໍ່ພຽງແຕ່ຊຸກຍູ້ການພັດທະນາດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນການພົວພັນຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ ເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດທະນາການພັດທະນາເສດຖະກິດ - ສັງຄົມຂອງທັງສອງປະເທດອີກດ້ວຍ”.
ໃນຂອບເຂດງານຕະຫຼາດນັດ ກໍໄດ້ດຳເນີນບັນດາກອງປະຊຸມສົ່ງເສີມການຄ້າ ແລະ ບັນດາການເຄື່ອນໄຫວທຸລະກຳການຄ້າລະຫວ່າງວິສາຫະກຳ ຫວຽດນາມ ແລະ ລາວ…
ນັກຂ່າວ VOV ປະຈຳ ລາວ
