ເປີດສາກພິທີໄຂດ້ວຍຫົວຂໍ້ “ພ້ອມກັນໄຊຊະນະ” ແມ່ນການແຫ່ຂະບວນຂອງຄະນະນັກກິລາບັນດາປະເທດ. ຫຼັງຈາກນັ້ນ, ພິທີໄດ້ດຳເນີນດ້ວຍການສະແດງດົນຕີໂດຍນັກສິລະປິນແລະຄົນພິການຊາວອິດໂດເນເຊຍສະແດງ, ເຊິ່ງສະແດງໃຫ້ເຫັນພາບພົດຂອງປະເທດທີ່ມີວັດທະນະທຳ, ສັນຊາດແລະສາສະໜາທີ່ຫຼາກຫຼາຍ, ຄວາມເອົາໃຈໃສ່ຂອງສັງຄົມຕໍ່ຄົນພິການ, ພ້ອມກັບສານແຫ່ງສັນຕິພາບ, ມິດຕະພາບແລະການຮ່ວມມືລະຫວ່າງບັນດາຊົນຊາດໃນອາຊຽນ.

ໄດ້ດຳເນີນແຕ່ວັນທີ 13 ກໍລະກົດຫາວັນທີ 6 ສິງຫາຢູ່ນະຄອນ Surakarta , ແຂວງ Java ຂອງປະເທດອິນໂດເນເຊຍ, ASEAN Para Games ລວມມີກິລາ 11 ປະເພດ, ດ້ວຍ 907 ເນື້ອໃນແຂ່ງຂັນ, ໂດຍມີການເຂົ້າຮ່ວມຂອງນັກກິລາ 1.286 ຄົນ./.