ຈຸດພົ້ນເດັ່ນຂອງງານວາງສະແດງແມ່ນເຂດວາງສະແດງດ້ວຍຫົວຂໍ້ “ຄວາມຊົງຈຳໃນຕອນໄປ B” ດ້ວຍເອກະສານ, ຮູບພາບ ແລະ ຂອງທີ່ລະນຶກ ກ່ວາ 100 ຢ່າງທີ່ລ້ຳຄ່າ. ມະຫາຊົນໄດ້ເບິ່ງບັນດາໃບຮ້ອງຂໍອາສາສະໝັກ, ປື້ມບັນທຶກປະຈຳວັນ, ຈົດໝາຍ, ຮູບພາບຄອບຄົວພ້ອມກັບບັນດາຂອງທີ່ລະນຶກຊື່ງບັນດາພະນັກງານເຂດພາກເໜືອ ຫວຽດນາມ ລົງໄປພາກໃຕ້ເພື່ອຕໍ່ສູ້ກູ້ຊາດ ໄດ້ຖືໄປນຳ ຫຼືໄດ້ຝາກໄວ້ກ່ອນວັນທີ່ຈະອອກເດີນທາງໄປສະໜາມຮົບ (ໄປ B ). ປ້າ ຫງວຽນທິອຽນ ອາຈານເຄີຍໄປ B ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າແມ່ນຜູ້ທີ່ໄດ້ອຸທິດສ່ວນຄາວໄວໜຸ່ມໃຫ້ແກ່ປະເທດຊາດໃນໄລຍະໜຶ່ງ. ໃນຍາມມີອາຍຸ 20ປີ, ຂ້າພະເຈົ້າໄດ້ຍ່າງຜ່ານເສັ້ນທາງພູຫຼວງ ເຈື່ອງເຊີນ ເພື່ອເຂົ້າສະໜາມຮົບ ກວາງຈິ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ພວກຂ້າພະເຈົ້າໄດ້ສ້າງຕັ້ງກຸ່ມຕິດຕໍ່ພົວພັນ, ທຸກປີກໍ່ໄດ້ພົບປະກັນ, ໂດຍສະເພາະແມ່ນໃນໂອກາດວັນສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຄືວັນທີ 30 ເມສາ. ໃນວັນປະຫວັດສາດນີ້, ພວກຂ້າພະເຈົ້າ ໄດ້ພົບປະກັນ, ແບ່ງປັນ, ຫວນຄືນບັນດາອະນຸສອນ, ລະດົມກຳລັງໃຈໃຫ້ກັນໃນຊີວິດປະຈຳວັນ.
ເນື້ອໃນໜຶ່ງທີ່ໜ້າສົນໃຈ ນັ້ນແມ່ນການແນະນຳໝາກຜົນໃນເບື້ອງຕົ້ນ ຂອງບັ້ນ “500 ວັນ ແລະ ຄືນຍູ້ແຮງການປະຕິບັດການຊອກຫາ, ເຕົ້າໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນອັດຖິນັກຮົບເສຍສະຫລະຊີວິດເພື່ອຊາດ”. ຜ່ານບັນດາສຳເນົາເອກະສານ, ງານວາງສະແດງ “ຝາກຝັງໄວໜຸ່ມ” ໄດ້ສະແດງໃຫ້ເຫັນບົດບາດສຳຄັນຂອງວຽກງານເກັບສຳເນົາ ເອກະສານໃນການຢັ້ງຢືນຂໍ້ມູນຂອງນັກຮົບເສຍສະຫລະຊີວິດເພື່ອຊາດ, ຊອກຫາຍາດຕິພີ່ນ້ອງ, ສົ່ງ ເຄື່ອງຂອງທີ່ລະນຶກຄືນ ແລະ ຫນູນຊ່ວຍການປະຕິບັດນະໂຍບາຍທີ່ມີຕໍ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ.
