ໂດຍ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 28 ສິງ​ຫາ-ວັນ​ທີ 2 ກັນ​ຍາ, ​ສັບ​ປະ​ດາ​ປະ​ດິດ​ຄິດ​ສ້າງ ໂຮ້ຍ​ອານ 2026 ມີ 20 ການ​ເຄື່ອນ​ໄຫວ​ຄື: ການ​ໂອ້​ລົມ​ສົນ​ທະ​ນາ, ຝຶກ​ອົບ​ຮົມ, ງານ​ວາງ​ສະ​ແດງ, ສະ​ແດງ​ສິ​ລະ​ປະ, ແນະ​ນຳ​ຜະ​ລິດ​ຕະ​ພັນ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ລົງ​ຕົວ​ຈິງ, ການ​ກະ​ທົບ​ຕໍ່​ປະ​ຊາ​ຄົມ…

ຈຸດ​ພົ້ນ​ເດັ່ນ​ຂອງ​ລາຍກ​ານ​ສະ​ແດງ​ສິ​ລະ​ປະ “ວິ​ວັດ​ການ​ເຂົ້າ​ເຖິງ​ມໍ​​ລະ​ດົກ, ເຂົ້າ​ເຖິງ​ການ​ປະ​ດິດ​ຄິດ​ສ້າງ”-ແຫ່ງ​ທີ່​ບັນ​ດາ​ຈຸດ​ວັດ​ທະ​ນ​ທຳ​ ໂຮ້ຍ​ອານ ໄດ້​ສະ​ແດງ​ອອກ​ເປັນ​ພາ​ສາ​ສິ​ລະ​ປະ ເພື່ອ​ເລົ່າ​ເລື່ອງ​ລາວ​ກ່ຽວ​ກັບ​ໝູ່​ບ້ານ​ອາ​ຊີບ, ສິ​ລະ​ປະ​ພື້ນ​ເມືອງ ຊື່ງ​ໄດ້​ເປີດ​ບັນ​ດາ​ຄວາມ​ຮູ້​ສຶກ​ໃໝ່​ກ່ຽວ​ກັບ​ມໍ​ລະ​ດົກ ແລະ ມີ​ການ​ປ່ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງ​ຢ່າງບໍ່​ຢຸດຢັ້ງ. ເອື້ອຍ ຫງວຽນ​ທິ​ກີມ​ຕວຽນ, ແຂກ​ທ່ອງ​ທ່ຽວ​ມາ​ຈາກ ດັກ​ລັກ ແບ່ງ​ປັນ​ວ່າ:

ຢູ່ ໂຮ້ຍ​ອານ, ບັນ​ດາ​ໝູ່​ບ້ານ​ອາ​ຊີບ​ຍັງ​ໄດ້​ຮັກ​ສາ​ໄວ້ຫຼາຍ​ທີ່​ສຸດ. ມາ​ເຂົ້າ​ຊົມ​ລາຍ​ການມື້ນີ້, ຂ້າ​ພະ​ເຈົາ​ຮູ້​ສຶກວ່າ​ໄດ້​ເຂົ້າ​ເຖິງ​ບັນ​ດາ​ມໍ​ລ​ະ​ດົກ​ແທ້ໆ, ລາຍ​ການ​ໄດ້​ສະ​ແດງ​ອອກ​ບັນ​ດາ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ບັນ​ດາ​ໝູ່​ບ້ານ​ອາ​ຊີບ, ບັນ​ດາ​ພະ​ນັກ​ງານ​ຍັງ​ໄດ້​ເຮັດ​ວຽກ​ດ້ວຍ​ຄວາມ​ເມົາ​ມົວ​ທີ່​ສຸດ.