ເວທີປາໄສສັບປະດາພະລັງງານຄັ້ງທີ 3

ເວທີປາໄສມີການເຂົ້າຮ່ວມຂອງການນຳອຳນາດການປົກຄອງ ແລະ ບັນດາອົງການຈັດຕັ້ງສະຫະພັນ ລັດເຊຍ, ການນຳບັນດາບໍລິສັດພະລັງງານສາກົນ ແລະ ລັດເຊຍ, ບັນດານັກຊ່ຽວຊານ ແລະ ອົງການຈັດຕັ້ງສາກົນ. ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ, ທ່ານປະທານາທິບໍດີ ລັດເຊຍ Valdimir Putin ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພັດທະນາສະຖຽນລະພາບຂະແໜງພະລັງງານສຳລັບການເຕີບໂຕແບບຍືນຍົງຂອງພື້ນຖານເສດຖະກິດທົ່ວໂລກ, ປະກອບສ່ວນປົວແປງຊີວິດການເປັນຢູ່ຂອງປະຊາຊົນຢູ່ທຸກພາກພື້ນໃນໂລກ.